|
![](/images/spacer.gif) |
(GMT+08:00)
2008-05-14 18:03:42
|
![](/images/shim.gif) |
ພາກສ່ວນຕ່າງໆຂອງຈີນໃນທົ່ວປະເທດບໍລິຈາກເງິນແລະວັດຖຸໃຫ້ເຂດ ແຜ່ນດິນໄຫວຢ່າງຫ້າວຫັນ
cri
Author: d
ຕາມຂ່າວໜັງສືພິມເຢິນມິນຢື້ປ້າວ:ໄພແຜ່ນດິນໄຫວຮຸນແຮງຢູ່ເມືອງເວີ້ນຊ່ວນແຂວງເຊສວນໄດ້ສະເທືອນໃຈຂອງປະຊາຊົນບັນດາເຜົ່າແລະພີ່ນ້ອງຮ່ວມຊາດຢູ່ຮົງກົງ ມາກາວແລະໄຕ້ຫວັນ,ເຂົາເຈົ້າພາກັນຍື່ນມືຊ່ວຍເຫຼືອເຂດປະສົບໄພຢ່າງຫ້າວຫັນ.
ຄູແລະນັກຮຽນຂອງໂຮງຮຽນຊັ້ນສູງທີ່ປັກກິ່ງໄດ້ບໍລິຈາກເລືອດຢ່າງຫ້າວຫັນເພື່ອຊ່ວຍເຂດປະສົບໄພ.ຄູແລະນັກສຶກສາມະຫາວິທະຍາໄລຊິ່ງຮວານັບເປັນພັນຄົນໄດ້ບໍລິຈາກເລືອດຢ່າງບໍ່ເອົາຄ່າຕອບແທນ.
ນະຄອນທຽນສິນໄດ້ບໍລິຈາກເງິນ5ລ້ານຢວນແລະເຄື່ອງຊ່ວຍເຫຼືອ,ສົ່ງໜ່ວຍວິຊາການ52ຄົນໄປເຂດປະສົບໄພ.
ແຂວງເຫີໄປໄດ້ບໍລິຈາກເງິນ5ລ້ານຢວນ.ຖາງຊ່ານແລະຊີງໄທທີ່ເຄີຍປະສົບໄພແຜ່ນດິນໄຫວກໍ່ໄດ້ຈັດໜ່ວຍກູ້ໄພ,ກຽມໄປຊ່ວຍເຫຼືອໃນທຸກເວລາ.
ນອກນີ້ ຕາມສະຖິຕິຂອງກະຊວງການປົກຄອງແລະປະຊາສົງເຄາະຈີນ,ນັບມາຮອດເວລາ18ໂມງວັນທີ13ພຶດສະພານີ້ ທົ່ວປະເທດໄດ້ຮັບເງິນບໍລິຈາກແລະເຄື່ອງຊ່ວຍເຫຼືອຕົກເປັນເງິນ220ລ້ານຢວນຈາກພາກສ່ວນຕ່າງໆໃນສັງຄົມທີ່ຝາກໄປໃຫ້ເຂດປະສົບໄພ.ປະຈຸບັນ,ເງິນແລະເຄື່ອງຊ່ວຍເຫຼືອສ່ວນໜຶ່ງໄດ້ສົ່ງໄປຮອດເຂດແຂວງທີ່ປະສົບໄພ,ເພື່ອສະໜັບສະໜູນວຽກງານຕ້ານແລະກູ້ໄພແລ້ວ.
|
|
|