|
 |
(GMT+08:00)
2008-05-14 20:58:55
|
 |
ແຫ່ງຕ່າງໆຂອງຈີນຊ່ວຍເຫຼືອເຂດປະສົບໄພແຜ່ນດິນໄຫວດ້ວຍຮູບການຕ່າງໆ
cri
Author: d
ຕາມຂ່າວCRI: ແຜ່ນດິນໄຫວ7,8ລິກເຕີທີ່ເກີດຂຶ້ນຢູ່ເມືອງເວີ້ນຊ່ວນແຂວງເຊສວນຈີນໃນວັນທີ12ພຶດສະພານີ້,ໄດ້ເຮັດໃຫ້ມີຜູ່ເສຍຊີວິດແລະບາດເຈັບຢ່າງຫຼວງຫຼາຍແລະເສຍຫາຍທາງຊັບສິນຢ່າງໜັກໜ່ວງ.ໃນຫຼາຍມື້ມານີ້,ແຫ່ງຕ່າງໆຂອງຈີນໄດ້ໃຊ້ມາດຕະການຫຼາຍຢ່າງ,ຊ່ວຍເຫຼືອເຂດປະສົບໄພດ້ວຍຮູບການຕ່າງໆ.
ວັນທີ14ພຶດສະພານີ້ ນະຄອນທຽນສິນໄດ້ມີຂະບວນລົດໄຟບັນທຸກວັດສະດຸກູ້ໄພໄປໃຫ້ເຊສວນຂະບວນທຳອິດແລະຂົນສົ່ງລົດແພດ20ຄັນໄປເມືອງເສີນຕູ່ແຂວງເຊສວນ.ມື້ດຽວກັນ ແຂວງລຽວນິງ ພາກຕາເວັນອອກສຽງເໜືອຂອງຈີນກໍ່ສົ່ງໜ່ວຍແພດໝໍ120ຄົນໜ່ວຍທຳອິດໄປຊ່ວຍເຫຼືອ,ນຳເອົາຢຸກຢາ ອຸປະກອນແລະເຄື່ອງຊ່ວຍເຫຼືອອື່ນໆໄປເຂດປະສົບໄພ.ແຂວງຝູຈ້ຽນ ພາກຕາເວັນອອກສຽງໃຕ້ຂອງຈີນໄດ້ບໍລິຈາກເງິນ5ລ້ານຢວນໃຫ້ເຂດປະສົບໄພເຊສວນ,ແລະໄດ້ຫ້າງຕູບຜ້າເຕັ້ນ1ໝື່ນກວ່າອັນ ຜ້າຫົ່ມນວມ2ໝື່ນຜືນ ໂສ້ງເສື້ອນວມ9ໝື່ນຜືນ,ກຽມສົ່ງໄປເຂດປະສົບໄພໃນທຸກເວລາ.ພາກສ່ວນຕ່າງໆແຂວງຊ່ານສີ່ ພາກເໜືອຂອງຈີນກໍ່ໄດ້ບໍລິຈາກເງິນ90ກວ່າລ້ານຢວນໃຫ້ເຂດປະສົບໄພ.
|
|
|