
ຕາມຂ່າວCRI: ວັນທີ14ພຶດສະພານີ້ ໃນເວລາໃຫ້ສຳພາດຕໍ່ວິທະຍຸCRI ທ່ານຈັ່ງສຽວນິງ ຜູ່ຮັບຜິດຊອບທີ່ກ່ຽວຂ້ອງຂອງກົມກູ້ໄພກະຊວງການປົກຄອງແລະປະຊາສົງເຄາະຈີນກ່າວວ່າ,ນັບມາຮອດເວລາ16ໂມງວັນທີ14ພຶດສະພານີ້,ຕູບຜ້າເຕັ້ນ8 ພັນອັນແລະຜ້າຫົ່ມນວມ5ໝື່ນຜືນໄດ້ສົ່ງໄປຮອດເຂດປະສົບໄພແຜ່ນດິນໄຫວເຊສວນ.

ທ່ານຈັ່ງສຽວນິງແນະນຳວ່າ,ວັດຖຸກູ້ໄພອື່ນໆກໍ່ຈະສົ່ງໄປຮອດເຂດປະສົບໄພຕໍ່ເນື່ອງກັນ.ຄາດວ່າກ່ອນ24ໂມງຄ່ຳມື້ນີ້,ຍັງຈະມີຕູບຜ້າເຕັ້ນ2ໝື່ນ5650ອັນຈະສົ່ງໄປຮອດເມືອງເສີນຕູ່.ວັດຖຸຊ່ວຍເຫຼືອອື່ນໆກໍ່ຈະສົ່ງໄປຮອດເຂດປະສົບໄພໃນມື້ອື່ນ.
|