ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-15 10:07:29    
ການ​ຢ້ຽມຢາມ​ເອີ​ລົບ​ຕາ​ເວັນ​ອອກ​ຂອງ​ທ່ານ​ເຈຍ​ຊີ້ງ​ລີນ​ມີ​ຜົນ​ສະ​ທ້ອນ​ອັນ​ເລິກ​ເຊິ່ງ​ຍາວ​ໄກ​ຕໍ່​ການ​ປັບ​ປຸງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ​ເອີ​ລົບ

cri Author: mo
ຕາມ​ຂ່າວCRI: ວັນ​ທີ 15 ພຶດສະພາ​ນີ້, ທ່ານ​ເຈຍ​ຊີ້​ງລີ​ນ ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​​ແຫ່ງ​ຊາດ​ຈີນ​ໄດ້​ສີ້​ນສຸດ​ການ​ຢ້ຽມຢາມ 4 ປະ​ເທດ​ເອີ​ລົບ​ຕາ​ເວັນ​ອອກ ​ແລ້ວ​ກັບ​ຄືນ​ມາ​ຮອດ​ປັກ​ກິ່ງ. ທ່ານ​ວາງ​ເຊີ້ງ​ຫົງ ຮອງເລຂາທິການ​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ທີ່​ຕິດຕາມ​ການ​ຢ້ຽມຢາມ​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ວ່າ, ການ​ຢ້ຽມຢາມ​ເທື່ອ​ນີ້​​ຈະມີ​ຜົນ​ສະທ້ອນ​ທີ່​ຕັ້ງໜ້າ​​ເລິກ​ເຊິ່ງຍາວ​ໄກ​ຕໍ່ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຈີນ​ເອີ​ລົບ.

ແຕ່​ວັນ​ທີ 4 ຫາ​ວັນ​ທີ 14 ພຶດສະພາ​ນີ້, ທ່ານ​ເຈຍ​ຊີ້​ງລີ​ນ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​ມິດຕະພາບ​ຢ່າງ​ເປັນ​ທາງ​ການ​ຕໍ່​ລູມາ​ນີ ຮົງ​ກາລີ ສະ​ໂລ​ເວັນ​ນີ ​ແລະ​ກະ​ໂລ​ອັດ​ຕີ. ທ່ານ​ວາງ​ເຊີ້ງ​ຫົງ​​ແຈ້ງ​ໃຫ້​ຊາບວ່າ, ຜົນສຳ​ເລັດຕົ້ນຕໍ​ຂອງ​ການ​ຢ້ຽມຢາມ​ເທື່ອ​ນີ້​ແມ່ນ​ໄດ້​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ທາງເສດຖະກິດ​ການ​ຄ້າ, ບັນ​ລະ​ຍາຍ​ທັດສະນະ​ຄະຕິ​ກ່ຽວ​ກັບ​ການ​ພັດທະນາ​ໂດຍ​ສັນ​ຕິ, ​ຕັ້ງໜ້າ​ເປີດ​ກວ້າງ​ຊ່ອງ​ທາງ​ການແລກປ່ຽນ​ແລະ​ອື່ນໆ, ການ​ຢ້ຽມຢາມ​ເທື່ອ​ນີ້​ໄດ້​ບັນລຸ​ຈຸດໝາຍ​ທີ່​ບູລະນະມິດຕະພາບ​ໃຫ້​ໝັ້ນຄົງ, ​ລົງ​ເລິກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ​ເປີດ​ກວ້າງ​ກາ​ນຮ່ວມ​ມື​ແລະ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ, ​ໄດ້​ເພີ່ມ​ຄວາມຊີວິດ​ຊີວາໃໝ່​ເຂົ້າ​ໃນ​ການ​ພົວພັນ​ຈີນ​ກັບ 4 ປະ​ເທດ​ດັ່ງກ່າວ.