ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-15 10:46:11    
ສູນ​ກາງ​ຈີນ​ໄຂ​ກອງ​ປະ​ຊຸມ​ອີກ​ເທື່ອ​ໜຶ່ງ​ເພື່ອ​ຈັດ​ວາງ​ວຽກ​ງານ​ກູ້​ໄພ

cri Author: mo
ຕາມ​ຂ່າວCRI:ວັນ​ທີ 14 ພຶດສະພາ​ນີ້, ຄະນະ​ກຳມະການປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​​ໄດ້ໄຂ​ກອງ​ປະຊຸມ​ອີກ​ເທື່ອ​ໜຶ່ງ​, ເພື່ອ​ຄົ້ນຄວ້າ​ຈັດ​ວາງ​ວຽກ​ງານກູ້​ໄພ​ແຜ່ນດິນ​ໄຫວຕື່ມ​ອີກ. ທ່ານ​ຫູ​ຈີນ​ທ່າວ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ເປັນ​ປະທານ​ກອງ​ປະຊຸມ.

ກອງ​ປະຊຸມ​ຊີ້​ອອກ​ວ່າ, ​ໃນ​ແຜ່ນດິນ​ໄຫວ​ເທື່ອ​ນີ້, ມີ​ຄົນ​ເສຍ​ຊີວິດແລະ​ບາດ​ເຈັບ​ຢ່າງຫຼວງຫຼາຍ, ວຽກ​ງານ​ກອບ​ກູ້​ມີ​ຄວາມ​ຫຍຸ້ງຍາກຫຼາຍ. ​ແຫ່ງ​ຕ່າງໆ​ຕ້ອງ​ຖື​ວຽກ​ງານ​ກູ້​ໄພ​ແຜ່ນດິນ​ໄຫວ​ເປັນ​ໜ້າ​ທີ່​ສຳຄັນ​ກວ່າ​ໝູ່​ແລະ​ຮີບ​ດ່ວນ​ກວ່າ​ໝູ່​ໃນ​ປັດຈຸບັນ. ຕ້ອງ​ເອົາ​ການ​ກອບ​ກູ້​ປະຊາ​ຊົນ​ຜູ້​ປະສົບ​ໄພ​ໄວ້​ຢູ່​ຖານະ​ອັນ​ດັບ​ໜຶ່ງ, ຂໍແຕ່​ວ່າມີ​ຄວາມ​ຫວັງ​ໜ້ອຍ​ດຽວ, ກໍ່​ຕ້ອງ​ສຸດ​ຄວາມພະຍາຍາມ​ໄປ​ກອບ​ກູ້. ຕ້ອງ​ຈັດ​ວາງ​ຊີວິດ​ການ​ເປັນ​ຢູ່​ຂອງ​ມວນ​ຊົນ​ໃນ​ເຂດ​ປະສົບ​ໄພ​ໃຫ້​ດີ​ດ້ວຍ​ທຸກ​ວິທີ, ສືບ​ຕໍ່ຫ້າງ​ຫາ​ ​ແລະ​ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ທີ່​ເຂດ​ປະສົບ​ໄພ​ຕ້ອງການ​ດ່ວນ​ຄື​ອາຫານ ນ້ຳ​ດື່ມ ​ສົ້ງເສື້ອ​ ຜ້າຫົ່ມ ​ແລະ​ຕູບ​ຜ້າ​ເຕັ້ນ​ເປັນຕົ້ນ. ຕ້ອງ​ເລັ່ງລັດ​ສ້ອມ​ແປງ​​ໂຄງ​ລ່າງ​ພື້ນຖານ​ເຊັ່ນ​ເສັ້ນທາງ ​ໄຟຟ້າ ​ແລະ​ໂທລະ​ຄົມ​ເປັນຕົ້ນ, ​ເພື່ອ​ຮັບປະກັນ​ວຽກ​ງານ​ກູ້​ໄພ​ດຳ​ເນີນ​​ໄປຢ່າງ​ສະດວກ.

ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຍັງ​ຮຽກຮ້ອງ​ປະຊາຊົນ​ທົ່ວ​ປະ​ເທດ​ສາມັກ​ຄີ​ກັນ​ຢ່າງ​ແໜ້ນ​ແຟ້ນກວ່າ​ເກົ່າ, ອອກ​ແຮງສຸດ​ຂີດ​ສະໜັບສະໜູນ​ເຂດ​ປະສົບ​ໄພ, ​ໃຊ້​ການ​ກະທຳ​ຕົວ​ຈິງ​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ກູ້​ໄພ​ແຜ່ນດິນ​ໄຫວ.