ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-15 17:57:34    
ທູດພິເສດຈີນກ່ຽວກັບບັນຫາຕາເວັນອອກກາງຈີນຈະເຂົ້າຮ່ວມກອງປະຊຸມການລົງທຶນ ປາ​ເລັສຕິນ​ແລະ​ຢ້ຽມຢາມ​ເອຢິບ​ແລະຣັດ​ເຊຍ

cri

ຕາມ​ຂ່າວcri:ວັນ​ທີ14 ພຶດສະພາ​ນີ້,ຢູ່​ປັກ​ກິ່ງ,ທ່ານ​ຊິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ປະກາດ​ວ່າ,​ໂດຍ​ຕອບ​ສະໜອງ​ຄຳ​ເຊີນ​ຂອງ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນ,ທ່ານ​ຊຸ່ນບີ້​ກ່ານ ທູດ​ພິ​ເສດ​ຈີນ​ກ່ຽວ​ກັບບັນຫາ​ຕາ​ເວັນ​ອອກ​ກາງຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ການ​ລົງທຶນ​ປາ​ເລັສຕິນທີ່​ຈະ​ຈັດ​ຂຶ້ນ​ຢູ່​ເບ​ເລ​ເຮ​ມຂອງ​ປາ​ເລັສຕິນ​ໃນ​ວັນ​ທີ21 ຫາ​ວັນ​ທີ23 ​ພຶດສະພາ​ປີ​ນີ້,​ແລະ​ຈະ​ຢ້ຽມຢາມ​ເອຢິບ​ແລະຣັດ​ເຊຍ​ພາຍຫຼັງ​ກອງ​ປະຊຸມ.

ຕາມ​ໄດ້​ຊາບ,ຈຸດ​ປະສົງຂອງ​ການ​ຢ້ຽມຢາມ​ຂອງ​ທ່ານ​ຊຸ່ນບີ້​ກ່ານ​​ເທື່ອ​ນີ້​ແມ່ນ​ເພື່ອ​ຮັບ​ຮູ້ຄວາມ​ຄືບ​ໜ້າຫຼ້າສຸດ​ຂອງ​ບັນຫາ​ຕາ​ເວັນ​ອອກ​ກາງ,​ແລກປ່ຽນ​ຄວາມ​ເຫັນ​ກັບ​ບັນດາ​ຝ່າຍ​ທີ່ກ່ຽວຂ້ອງ,​ຊຸກຍູ້​ໃຫ້​ປອງ​ດອງ​ກັນ​ແລະ​ເຈລະຈາກັນ.