ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-15 18:39:11    
ການ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ຢູ່​ພູ​ຈິງກ່າງ​ຊ່າ​ນ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ

cri
ຕາມ​ຂ່າວCRI, ຕອນ​ທ່ຽງ​ວັນ​ທີ15​ພຶດ​ສະພາ​ນີ້, ການ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຢູ່​ພູ​ຈິງ​ກ່າງ​ຊ່າ​ນ​ແຂວງ​ຈ່ຽງຊີ່​ຈີນ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ, ຕອນ​ຄ່ຳ​ວັນ​ທີ15​ພຶດສະພາ​ນີ້, ​ໄຟ​ສັກ​ສິດ​ຈະ​ຖືກ​ສົ່ງ​ໄປ​ຮອດ​ນະຄອນ​ນານ​ຊ່າງ ​ເທສະ​ບານ​ແຂວງ​ຈ່ຽງຊີ່.

ການ​ສົ່ງ​ຕໍ່​ທວນ​ໄຟ​ຢູ່​ພູ​ຈິງ​ກ່າງ​ຊ່ານ​ຍາວ15ກິ​ໂລ​ແມັດ, ມີຜູ້​ສົ່ງ​208​ຄົນ. ຫຼັງ​ຈາກ​ການ​ສົ່ງ​ຕໍ່​ທວນ​ໄຟ​ໄດ້​ຈັດ​ພິທີ​ບໍ​ລິ​ຈາກ​ເພື່ອ​ກູ້​ໄພ​ແຜ່ນດິນ​ໄຫວ. ອົງການ​ປົກ​ຄອງ​ຂັ້ນ​ຕ່າງໆ​ ວິ​ສາ​ຫະ​ກິດ​ຂອງ​ທ້ອງ​ຖິ່ນ​ພ້ອມ​ດ້ວຍ​ຄະ​ນະ​ປະຕິ​ບັດ​ການ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ບໍລິ​ຈາກ​ເງິນ​16ກວ່າ​ລ້ານ​ຢວນ​ໃຫ້​ເຂດ​ປະສົບ​ໄພ​ຂອງ​ແຂວງ​ເຊ​ສວນ.

ໃນ80​ກວ່າ​ປີ​ກ່ອນ, ພັກ​ກອມ​ມູນິດ​ຈີນ​ໄດ້​ສ້າງ​ເຂດ​ທີ່​ໝັ້ນ​ຊົນນະບົດ​ແຫ່ງ​ທຳ​ອິດ​ຢູ່​ພູ​ຈິງ​ກ່າງ​ຊ່າ​ນ, ​ບ່ອນ​ນີ້​ໄດ້​ຮັບ​ກຽດ​ເປັນ​ອູ່​ປະຕິ​ວັດ​ຈີນ.