ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-17 16:41:56    
ຜູ້​ກູ້​ໄພ​ຢູ່​ແຂວງ​ເຊ​ສວນ​ໄດ້​ດຳ​ເນີນ​ການ​ກອບ​ກູ້​ຂະ​ໜາດ​ໃຫຍ່​ຮອບ​ດ້ານ​ທີ່​ເອົາ​ການ​ກອບ​ກູ້​ຊີ​ວິດ​ເປັນ​ຈຸດ​ໜັກ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ​ແຜ່ນດິນ​​ໄຫວ​ໃຫຍ່​ພິລຶກ​ທີ່​ເກີດ​ຂຶ້ນ​ຢູ່​ເມືອງ​ເວີ້ນຊວນ​ແຂວງ​ເສ​ສວນ​ໄດ້​ຜ່ານ​ໄປ 100 ກວ່າ​ຊົ່ວ​ໂມງ​ແລ້ວ, ​ເຖິງ​ວ່າ​ໄດ້​ຜ່ານ​"ເວລາກອບ​ກູ້ທອງ​ຄຳ"ຄື 72 ຊົ່ວ​ໂມງ​ແລ້ວກໍ່ຕາມ, ​ແຕ່​ຜູ້​ກອບ​ກູ້​ບໍ່​ໄດ້​ປະລະ​ຄວາມ​ຫວັງ​ຂອງ​ແຕ່​ລະ​ຊີວິດ, ທ່ານ​ຫູ​ຈີນ​ທ່າວ ​ແລະ​ທ່ານ​ເວີ່ນ​ເຈຍ​ປາວ ຜູ້ນຳ​ຂອງ​ຈີນ​ລ້ວນ​ແຕ່​ກ່າວ​ວ່າ, ຕ້ອງ​ສືບ​ຕໍ່ກູ້​ຄົນ​ດ້ວຍ​ຄວາມ​ພະຍາຍ​າມສຸດ​ຂີດ, ຂໍ​ແຕ່​ວ່າ​ມີ​ຄວາມ​ຫວັງ1%, ກໍ່​ຕ້ອງ​ທຳ​ຄວາມ​ພະຍາຍາມ 100%. ປັດຈຸບັນ, ຜູ້​ກອບ​ກູ້​ພວມ​ດຳ​ເນີນ​ການ​ກອບ​ກູ້​ຂະໜາດ​ໃຫຍ່ຮອບດ້ານ​ທີ່​ເອົາ​ການ​ກອບ​ກູ້​ຊີວິດ​ເປັນ​ຈຸດ​ໜັກ.

ຕາມ​ສະຖິຕິຂອງພາກສ່ວນ​ທີ່​ກ່ຽວຂ້ອງ​, ນັບ​ມາ​ຮອດ​ 14 ​ໂມງ​ຂອງ​ວັນ​ທີ 16 ພຶດສະພາ​ນີ້, ຈຳນວນ​ຄົນ​ທີ່​ເສຍ​ຊີວິດ​ຍ້ອນ​ແຜ່ນດິນ​ໄຫວ​ເວີ້​ນຊວນ​ແຂວງ​ເສ​ສວນ​ໄດ້​ມີ​ເຖິງ 22.069 ຄົນ​ແລ້ວ.

ປັດຈຸບັນ, ກອງທັບ​ປົດ​ປ່ອຍ​ແລະ​ກອງຕຳ​ໜວດ​ປະກອບ​ອາວຸດຂອງ​ຈີນ​ໄດ້​ສົ່ງ​ທະຫານ​ແລະ​ຕຳຫຼວດ 110.000 ຄົນ​ເຂົ້າຮ່ວມ​ການ​ກູ້​ໄພ. ຍົນ​ເຮ​ລີກົບ​ຂອງ​ທະຫານ​ທີ່​ເຂົ້າຮ່ວມ​ການ​ກູ້​ໄພ​ກໍ່​ມີຮອດ 99 ລຳ. ກອງ​ກອບ​ກູ້​ສາກົນ​ທີ່​ມາ​ຈາກ​ຍີ່​ປຸ່ນ ຣັດ​ເຊຍ ສ.​ເກົາຫລີ ​ແລະ​ສິງກະ​ໂປ, ພ້ອມ​ດ້ວຍ​ກອງ​ກອບ​ກູ້​ຂອງ​​ເຂດຮົງ​ກົງ​ແລະ​ໄຕ້​ຫວັນຂອງ​ຈີນ​ກໍ່​ໄດ້​​ໄປ​ຮອດ​ເຂດ​ປະສົບ​ໄພ​​ແລະ​ດຳ​ເນີນ​ວຽກ​ງານ​ກູ້​ໄພ.

ນັບ​ແຕ່ວັນ​ທີ 16 ຫາຕອນ​ເຊົ້າວັນ​ທີ 17 ພຶ​ດສະພາ​ນີ້, ນາຍ​ແລະ​ພົນທະຫານ​ຂອງ​ກອງ​ກອບ​ກູ້​ໄດ້​ກູ້​ອອກ​ມາ 160 ກວ່າ​ຄົນ​ອອກຈາກ​ຊາກ​ອາຄານ.

ນັບ​ມາ​ຮອດ​ເວລາ 20 ​ໂມງ​ຂອງ​ວັນ​ທີ 16 ພຶດສະພາ​ນີ້, ​ໂຮງໝໍ​ປະ​ເພດ​ຕ່າງໆ​ໃນ​ແຂວງ​ເສ​ສວນ​ໄດ້​ຮັບ​​ປິ່ນປົວຜູ້​ບາດ​ເຈັບ 110.000 ກວ່າ​ຄົນ, ​ໃນ​ນັ້ນ, ຜູ້​ບາດ​ເຈັບ​ໜັກ​ປະມານ 16.000 ຄົນ.

ນອກ​ນີ້, ຕາມ​ການ​ສະຖິຕິ​ຂອງກະຊວງການ​ປົກຄອງ​ແລະ​ປະຊາ​ສົງ​ເຄາະ​ຈີນ, ນັບ​ມາ​ຮອດ​ເວລາ 16 ​ໂມງ​ຂອງ​ວັນ​ທີ 16 ພຶດສະພາ​ນີ້, ວົງ​ການ​ຕ່າງໆ​ຂອງ​ຈີນແລະ​ຕ່າງປະ​ເທດ​ໄດ້​ບໍລິຈາກ​ເງິນ​ແລະ​ວັດຖຸ 3 ຕື້ 175 ລ້ານ​ຢວນ​ໃຫ້​ເຂດ​ປະສົບ​ໄພ​ແຂວງ​ເສ​ສວນ, ​ໃນ​ນັ້ນ, ​ໄດ້​ຮັບ​ເງິນ​ແລະ​ວັດຖຸທີ່​ໄລ່​ເປັນ​ເງິນ​ຢວນຈີນ 580 ລ້ານ​ຢວນຈາກ​ລັດຖະບານຂອງ 19 ປະ​ເທດ​ແລະ​ 4 ອົງການ​ສາກົນ.

ວັດຖຸ​ກູ້​​ໄພ​ທີ່​ປະ​ເທດ​ຕ່າງໆ​​ເຊັ່ນຣັດ​ເຊຍ ປາ​ກີ​ສະຖານ ​ແອັສປາຍ ສິງກະ​ໂປ ຟີ​ລິບ​ປິນ ​ແລະ​ຝຣັ່ງ​ເປັນຕົ້ນຊ່ອຍ​ເຫຼືອຈີນ​ນັ້ນ​ໄດ້​ຂົນ​ສົ່ງ​ໄປ​ຮອດ​ແຂວງ​ເສ​ສວນ​ຢ່າງ​ຕໍ່​ເນື່ອງ​ກັນ, ​ແລະ​ຖືກ​ຂົນ​ສົ່ງ​ໄປ​ເຂດ​ປະສົບ​ໄພ​ຢ່າງ​ວ່ອງ​ໄວ.