|
 |
(GMT+08:00)
2008-05-18 17:01:55
|
 |
ເຂດປະສົບໄພແຜ່ນດິນໄຫວບໍ່ມີການລາຍງານການລະບາດຂອງພະຍາດຮ້າຍແຮງ
cri
Author: mo
ຕາມຂ່າວCRI:ນັບມາຮອດ 0 ໂມງຂອງວັນທີ 18 ພຶດສະພານີ້, ກະຊວງສາທາລະນະສຸກຈີນໄດ້ສົ່ງກອງປ້ອງກັນພະຍາດລະບາດ 640 ກວ່າຄົນໄປດຳເນີນວຽກງານປ້ອງກັນພະຍາດລະບາດຢູ່ເຂດປະສົບໄພ, ປັດຈຸບັນ, ເຂດປະສົບໄພແຜ່ນດິນໄຫວແຂວງເສສວນບໍ່ມີການລາຍງານກ່ຽວກັບການລະບາດຂອງພະຍາດຮ້າຍແຮງແລະບັນຫາສາທາລະນະສຸກທີ່ເກີດຂຶ້ນກະທັນຫັນ, ແລະບໍ່ມີສະພາບການຂາດເລືອດ.
ກະຊວງສາທາລະນະສຸກຈີນແຈ້ງໃຫ້ຊາບວ່າ, ນັບມາຮອດ 0 ໂມງຂອງວັນທີ 18 ພຶດສະພານີ້, ກະຊວງສາທາລະນະສຸກຈີນໄດ້ສົ່ງແພດໝໍ 5500 ກວ່າຄົນໄປເຂດປະສົບໄພແລ້ວ, ໃຊ້ລົດໂຮງໝໍ 500 ກວ່າຄັນ, ໜ່ວຍແພດໄດ້ໄປຮອດທຸກເມືອງທຸກຕາແສງຂອງເຂດປະສົບໄພ. ພ້ອມກັນນັ້ນກໍ່ຈັດອຸປະກອນການປິ່ນປົວໃຫ້ເຂດປະສົບໄພໂດຍດ່ວນ.
ນັບມາຮອດ 10 ໂມງຂອງວັນທີ 18 ພຶດສະພານີ້, ກອງທັບຈີນໄດ້ສົ່ງພະນັກງານແພດ 3020 ຄົນໄປປິ່ນປົວຢູ່ 35 ເມືອງນ້ອຍແລະຕາແສງທີ່ປະສົບໄພ.
ວັນທີ 17 ພຶດສະພານີ້, ພາກສ່ວນກະສິກຳຈີນໄດ້ສົ່ງໜ່ວຍຊ່ຽວຊານປ້ອງກັນພະຍາດສັດແລະພະນັກງານປ້ອງກັນພະຍາດໄປເຂດປະສົບໄພແຂວງເສສວນ, ດຳເນີນການຂ້າເຊື້ອແລະຊຳລະສັດທີ່ຕາຍຢ່າງຮອບຄອບ ເພື່ອປ້ອງກັນບໍ່ໃຫ້ສັດແລະຄົນເກີດພະຍາດລະບາດຫຼັງໄພຍ້ອນສັດຕາຍ.
|
|
|