ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-18 17:12:38    
ທ່ານ​ອູ​ໂປ​ຊົງ​ຈະ​ນຳ​ພາ​ຄະ​ນະ​ຂອງ​ພັກ​ກົກ​ມິນ​ຕັງ​ຈີນ​ມາ​ຢ້ຽມ​ຢາມ​ແຜ່ນ​ດິນ​ໃຫຍ່

cri
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ 18 ພຶດສະພາ​ນີ້,ຜູ້​ຮັບຜິດຊອບ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ຂອງສູນ​ກາງ​ພັກ​ກອມ​ມູນິດຈີນ​​ໄດ້​ປະກາດ​ວ່າ,ຝ່າຍ​ທີ່​ກ່ຽວ ຂ້ອງຂອງ​ພັກ​ກົກ​ມິນ​ຕັງ​ແລະ​ພັກ​ກອມ​ມູນິດ​ຈີນ​ໄດ້​ຕົກລົງ​ວ່າ,ທ່ານ​ອູ​ໂປ​ຊົງ ທີ່​ເປັນ​ປະທານ​ພັກຈະ​ນຳພາ​ຄະນະຂອງພັກ​ກົກ​ມິນ​ຕັງຈີນ​ມາ​ຢ້ຽມຢາມນະ ຄອນ​ນານ​ກິ່ງ ນະຄອນ​ປັກ​ກິ່ງ​ແລະ​ນະຄອນ​ຊຽງ​ໄຮ້​ແຕ່​ວັນ​ທີ 26 ຮອດ​ວັນ​ທີ 31 ພຶດສະພາ​ນີ້.

ວັນ​ທີ 17 ພືດ​ສະພາ​ນີ້, ທ່ານ​ເສີນ​ຢຸນລິນ ຫົວ​ຫນ້າ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ປະກາດ​ວ່າ,ທ່ານ​ຫູ​ຈີນ​ທາວ ​ເລຂາທິ ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຍິນ​ດີຕ້ອນຮັບ​ແລະ​ເຊື້ອ​ເຊີນ​ທ່ານອູ​ໂປ​ຊົງ ປະທານ​ພັກກົກ​ມິນ​ຕັງ​ຈີນ​ນຳພາ​ຄະນະ​ຂອງ​ພັກ​ກົກ​ມິນ​ຕັງ​ຈີນ​ມາ​ທັດ​ສະນາ​ຈອນຢ້ຽມຢາມ​ຢູ່​ແຜ່ນດິນ​ໃຫຍ່ຈີນ.ທ່ານ​ເສິນ​ຢຸນລິນ​ກ່າວ​ວ່າ,ນີ້​ຈະ​ມີ​ຜົນ​ປະ​ໂຫຍ​ດຕໍ່​ພັກ​ກົກ​ມິນ​ຕັງ​ແລະ​ພັກ​ກອມ​ມູນິດ​ຈີນ​ເພີ່ມ​ຄວາມ​ເຂົ້າ​ໃຈ​ແລະ ການ​ສົນທະນາ,ພ້ອມ​ກັນທຳ​ຄວາມ​ພະຍາຍາມ​ຕື່ມ​ອີກ​ເພື່ອຊຸກ​ຍູ້​ໃຫ້ການ​ພົວ ພັນ​ລະຫວ່າງ​ສອງ​ຝັ່ງ​ຂະຫຍາຍ​ຕົວ​ໂດຍ​ສັນຕິ​.