|
ຕາມຂ່າວCRI: ວັນທີ17ພຶດສະພານີ້, ທ່ານຫູຈິນທາວ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ, ປະທານປະເທດຈີນ,ປະທານຄະນະກຳມະການການທະຫານສູນກາງຈີນໄດ້ເດີນທາງໄປເວີ້ນຊວນ ທີ່ເປັນຈຸດສູນກາງແຜ່ນດິນໄຫວ, ສຳຫຼວດສະພາບປະສົບໄພ,ແລະຊີ້ນຳວຽກງານກູ້ໄພແຜ່ນດິນໄຫວ.
ຢູ່ບ່ອນກອບກູ້ທີ່ໂຮງຮຽນມັດທະຍົມເປີຍຊວນ, ທ່ານຫູຈິນທາວຍ້ອງຍໍນາຍ ແລະ ພົນທະຫານທັງຫຼາຍທີ່ມີນ້ຳໃຈບໍ່ຢ້ານຄວາມອິດເມື່ອຍ ແລະ ສູ້ຊົນຢ່າງຕໍ່ເນື່ອງ, ພະຍາຍາມເຮັດໃຫ້ຄວາມເສຍຫາຍຍ້ອນໄພພິບັດຫຼຸດລົງຮອດລະດັບຕ່ຳສຸດ. ທ່ານຫູຈິນທາວຍັງໄປຮອດໂຮງຮຽນທ້ອງຖິ່ນທີ່ຖືກທຳລາຍຢ່າງໜັກໜ່ວງ, ທ່ານບອກຄົນທັງຫຼາຍ ໃນຂະນະທີ່ກູ້ໄພແຜ່ນດິນໄຫວນັ້ນ, ລົງມືວາງແຜນຟື້ນຟູການຜະລິດ ແລະ ສ້າງສາວິສາຫະກິດຄືນໃໝ່.
ຕອນຄ່ຳວັນທີ17ພຶດສະພານີ້, ທ່ານຫູຈິນທາວໄດ້ຈັດກອງປະຊຸມຢູ່ນະຄອນເຊີງຕູ່, ຮັບຟັງລາຍງານວຽກງານກູ້ໄພ, ຄົ້ນຄວ້າຈັດວາງວຽກງານກູ້ໄພແຜ່ນດິນໄຫວໃນຕໍ່ໜ້າ. ໃນເວລາກ່າວຄຳປາໄສ, ທ່ານກ່າວເນັ້ນວ່າ, ປັດຈຸບັນ, ສະຖານະການຕ້ານໄພແຜ່ນດິນໄຫວຍັງຂ້ຽວຂາດຢູ່, ໜ້າທີ່ໜັກໜາ, ເວລາເຄັ່ງຮ້ອນ, ຄະນະພັກ ແລະ ອົງການປົກຄອງຂັ້ນຕ່າງໆຂອງເຂດປະສົບໄພ ພ້ອມທັງພາກສ່ວນທີ່ກ່ຽວຂ້ອງຂອງສູນກາງຕ້ອງເດັດດ່ຽວປະຕິບັດການຈັດວາງຂອງສູນກາງ, ຖືການກູ້ໄພແຜ່ນດິນໄຫວເປັນໜ້າທີ່ສຳຄັນກວ່າໝູ່ ແລະ ຮີບດ່ວນກວ່າໝູ່. ທ່ານຊີ້ອອກວ່າ, ຕ້ອງສືບຕໍ່ຍາດເວລາທຸກວິນາທີຊອກຫາກອບກູ້ປະຊາຊົນທີ່ຖືກຕິດຄ້າງຢູ່ໃນຊາກອາຄານ, ອອກແຮງກອບກູ້ປິ່ນປົວຜູ່ບາດເຈັບ, ຊອກຫາທຸກວິທີຈັດວາງຊີວິດການເປັນຢູ່ພື້ນຖານຂອງປະຊາຊົນທີ່ປະສົບໄພໃຫ້ດີ, ເລັ່ງລັດສ້ອມແປງພື້ນຖານໂຄງລ່າງທີ່ຖືກທຳລາຍຍ້ອນໄພພິບັດ, ເຮັດວຽກງານກະກຽມເພື່ອຟື້ນຟູການສ້າງສາຄືນໃໝ່ໃຫ້ດີ.
ຕອນເຊົ້າວັນທີ18ພຶດສະພານີ້, ທ່ານຫູຈິນທາວໄດ້ເດີນທາງໄປຮອດເມືອງເຊີຟາງ ເຂດປະສົບໄພແຂວງເສສວນ ສືບຕໍ່ສຳຫຼວດສະພາບໄພພິບັດ.
|