|
|
 |
| (GMT+08:00)
2008-05-19 11:32:49
|
 |
|
ວົງການຕ່າງໆຂອງຈີນສືບຕໍ່ບໍລິຈາກເງິນແລະເຄື່ອງຂອງໃຫ້ເຂດປະສົບໄພແຜ່ນດິນໄຫວ
cri
ຕາມຂ່າວສານຊີນຮວາ, ຫຼັງຈາກເມືອງເວິ້ນຊ່ວນແຂວງເສສວນ ທາງຕາເວັນຕົກສຽງໃຕ້ຂອງຈີນເກີດແຜ່ນດິນໄຫວໃນວັນທີ12ພຶດສະພານີ້ແລ້ວ, ຫຼາຍມື້ມານີ້ວົງການຕ່າງໆຂອງຈີນສືບຕໍ່ບໍລິຈາກເງິນແລະເຄື່ອງຂອງໃຫ້ເຂດປະສົບໄພ.
ນັບມາຮອດເວລາ12ໂມງຂອງວັນທີ18ພຶດສະພານີ້, ລັດວິສາຫະກິດ123ແຫ່ງທີ່ຂຶ້ນກັບລັດຖະບານກາງຂອງຈີນໂດຍກົງໄດ້ບໍລິຈາກເງິນ932ລ້ານຢວນ, ບໍລິຈາກເຄື່ອງຂອງເປັນມູນຄ່າ103ລ້ານຢວນ, ລວມທັງໝົດ1ຕື້35ລ້ານຢວນ.
ນັບມາຮອດເວລາ23ໂມງຂອງວັນທີ18ພຶດສະພານີ້, ວົງການຕ່າງໆຂອງເຂດຮົງກົງໄດ້ຜ່ານຈາກຫ້ອງການພົວພັນຂອງລັດຖະບານກາງປະຈຳຮົງກົງບໍລິຈາກເງິນໃຫ້ເຂດປະສົບໄພແຂວງເສສວນຫຼາຍກວ່າ400ລ້ານໂດລາຮົງກົງ.
ແຜ່ນດິນໄຫວຮ້າຍແຮງຢູ່ເມືອງເວິ້ນຊ່ວນແຂວງເສສວນຍັງໄດ້ສະເທືອນເຖິງຈິດໃຈຂອງຜູ້ເຊື່ອຖືພຸດທະສາສະໜາຕິເບດ. ນັບມາຮອດປະຈຸບັນ, ພະສົງສາມະເນນຂອງນະຄອນລາຊາໄດ້ເປັນເຈົ້າການບໍລິຈາກເງິນຫຼາຍກວ່າ1ແສນຢວນໃຫ້ເຂດປະສົບໄພຂອງແຂວງເສສວນ. ນອກນັ້ນ, ຫວ່າງມໍ່ໆນີ້, ວັດຕ່າງໆຂອງເຂດຕິເບດໄດ້ພາກັນຈັດທຳມະພິທີ, ເພື່ອອະທິຖານໃຫ້ຜູ້ເສຍຊີວິດຢູ່ເຂດປະສົບໄພ.
|
|
|