|

ທູຕານູທູດຂອງປະເທດຕ່າງໆປະຈຳຈີນແລະຜູ່ຕາງໜ້າອົງການຈັດຕັ້ງສາກົນສະແດງຄວາມເຫັນໃຈອັນເລິກເຊິ່ງແລະຄວາມຢື້ຢາມຖາມຂ່າວອັນຈິງໃຈຕໍ່ລັດຖະບານແລະປະຊາຊົນຈີນ,ສະແດງຄວາມເສົ້າສະຫຼົດໃຈຕໍ່ຜູ່ເສຍຊີວິດໃນແຜ່ນດິນໄຫວ,ສະແດງຄວາມເຄົາລົບນັບຖືຕໍ່ຄວາມອົງອາດກ້າຫານແລະຄວາມພະຍາຍາມອັນໃຫຍ່ຫຼວງຂອງລັດຖະບານແລະປະຊາຊົນຈີນໃນການຕ້ານໄພແລະກູ້ໄພ,ພວກທ່ານເຊື່ອວ່າ ລັດຖະບານແລະປະຊາຊົນຈີນຍ່ອມຈະເອົາຊະນະຄວາມຫຍຸ້ງຍາກທຸກຢ່າງຢ່າງແນ່ນອນ,ສ້າງບ້ານແປງເມືອງອັນຈົບງາມຄືນໃໝ່.

ໃນເວລາໃຫ້ສຳພາດຕໍ່ນັກຂ່າວCRI,ທ່ານຢູຈີ ມີຢາໂມໂຕ ເອກອັກຄະລັດຖະທູດຍິ່ປຸ່ນປະຈຳຈີນກ່າວວ່າ,ໜ່ວຍກູ້ໄພແຜ່ນດິນໄຫວຂອງຍິ່ປຸ່ນຈະທຳຄວາມພະຍາຍາມສຸດຂີດເພື່ອກູ້ຊ່ວຍຊີວິດຄົນ.ທ່ານຍັງຫວັງໃຫ້ຈີນແລະຍິ່ປຸ່ນເພີ່ມທະວີການຮ່ວມມືຕ້ານໄພ.ເອກອັກຄະລັດຖະທູດຂອງອາເມລິກາ ຣັດເຊຍ ແອສປາຍແລະການາດາປະຈຳຈີນກໍ່ກ່າວວ່າ,ທະແນມແຕ່ລັດຖະບານຈີນຕ້ອງການ,4ປະເທດຈະເພີ່ມທະວີການຊ່ວຍເຫຼືອກູ້ໄພ.

1 2
|