ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-20 13:18:52    
ຄຸນ​ນະ​ພາ​ບອາ​ກາດ​ຂອງ​ປັກ​ກິ່ງ​ດີ​ຂຶ້ນ​ໃນ​9​ປີ​ລຽນ​ຕິດ

cri
ຕາມ​ຂ່າວສານ​ຊິນ​ຮວາ,ທ່ານ​ຈຽງ​ຊ້ຽວຢູ ຮອງ​ປະທານບໍລິຫານ​ຂອງ​ຄະ​ນະ​ກຳ​ມະ​ການ​ຈັດ​ຕັ້ງ​ງານ​ກິ​ລາ​ໂອ​ລິ​ມປິກ​ປັກ​ກິ່ງ​ກ່າວ​ວ່າ,ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປະ​ຕິ​ບັດ​ທັດ​ສະ​ນະ​ຄະ​ຕິ"​ງານ​ກິລາ​ໂອ​ລິ​ມປິກ​ສີຂຽວ",​ໄດ້​ເຮັດ​ໃຫ້​ຄາດໝາຍ​ອະນຸລັກ​ສິ່ງ​ແວດ​ລ້ອມ​ດ້ານ​ຕ່າງໆ​ເຊັ່ນ​ອາ​ກາດ ນ້ຳ​ຂອງ​ປັກ​ກິ່ງ​ຍົກ​ສູງ​ຂຶ້​ນ​ເລື້ອຍໆ,ຄຸນ​ນະພາ​ບອາກາດ​ຂອງ​ປັກ​ກິ່ງ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ໃນ9​ປີ​ລຽນຕິດ.

ທ່ານ​ຈຽງ​ຊ້ຽວ​ຢູ​ໄດ້​ກ່າວ​ຄວາມ​ນີ້​ໃນ​ງານ​ສຳ​ມະ​ນາ​ການ​ຮ່ວມ​ມື​ລະ​ຫວ່າງ​ສື່​ມວນ​ຊົນ​10​ປະ​ເທດ​ອາ​ຊຽນ​ກັບ​ຈີນ ຍີ່​ປຸ່ນ​ແລະສ.​ເກົາຫຼີ​ຄັ້ງ​ທີ​2​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ທຽນ​ສິນ​ໃນ​ວັນ​ທີ​19​ພຶດ​ສະ​ພາ​ນີ້.​ທ່ານ​ກ່າວ​ວ່າ,​ໃນ​ໄຕ​ມາດ​ທຳ​ອິດ​ປີ​ນີ້,​ຈຳ​ນວນ​ມື້​ທີ່​ຄຸນ​ນະພາ​ບອາ​ກາດ​ໄດ້​ມາດ​ຕະ​ຖານ​ຂອງ​ປັກ​ກິ່ງ​ໄດ້​ກວມ​73,6%​,​ເຊິ່ງ​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ໄລຍະ​ດຽວ​ກັນ​ໃນ​ຮອບ​9​ປີ​ມາ​ນີ້.