ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-21 17:46:55    
ທູດຟີ​ລິບ​ປີນກ່າວ​ວ່າ, ຍິນ​ດີ​ຮ່ວມ​ກັນຮັບ​ມື​ໄພ​ທຳ​ມະ​ຊາດກັບ​ຈີນ

cri

ຕາມ​ຂ່າວCRI: ວັນ​ທີ 20 ພຶດສະພາ​ນີ້​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວCRI, ນາງ​ໂຊ​ເນ​ຍ ກາ​ທຳ​ເບີ ​ເບຼຕີ ​ເອກ​ອັກຄະ​ລັດຖະທູດ​ຟີ​ລິບ​ປີນປະຈຳ​ຈີນ​ກ່າວ​ວ່າ, ຟີ​ລິບ​ປີນ​ຍິນ​ດີ​ສະໜອງ​ການ​ຊ່ອຍ​ເຫຼືອ​ໃນ​ທຸກ​ເວລາ​ແລະ​ຮ່ວມ​ກັນ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ກັບ​ປະຊາຊົນ​ຈີນ.

ນາງ​ເບຼຕີ​ຍັງ​ກ່າວ​ວ່າ, ​ໄພພິບັດ​ແມ່ນ​ໄພ​ຂອງ​ມວນ​ມະນຸດ, ປະ​ເທດ​ຕ່າງໆ​ຄວນ​ຊ່ອຍ​ເຫຼືອ​ເຊິ່ງກັນ​ແລະ​ກັນ​ແລະ​ຮ່ວມ​ກັນ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ.

​"​ເທື່ອ​ນີ້ຟີ​ລິບ​ປີ​ໄດ້​ສະໜອງ​ການ​ຊ່ອຍ​ເຫຼືອ​ໃຫ້​ຈີນ, ​​ແຕ່ກ່ອນ​ຈີນ​ກໍ​ເຄີຍ​ຊ່ອຍ​ເຫຼືອ​ຟີ​ລິ​ບປີນ​ຫຼາຍ​ເທື່ອ. ​ໃນ​ມະຫາຄອບຄົວໂລກນີ້, ຜູ້​ໃດ​ມີ​ຄວາມ​ຫຍຸ້ງ​ຍາກ​ແລ້ວ, ທຸກ​ຄົນກໍຄວນ​ຊ່ອຍ​ເຫຼືອ​ເຊິ່ງກັນ​ແລະ​ກັນ, ​ເພື່ອ​ເປັນ​ແນວ​ນີ້​ມະນຸດ​ຄົນ​ເຮົາຈິ່ງ​ສາມາດ​ຊົມ​ໃຊ້​ຄວາມ​ງົດ​ງາມ."