ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-22 16:32:40    
ສຳ​ພາດ​ຂ່າວ​ກ່ຽວ​ກັບ​ບັນ​ຫາ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ​ໃນ​ປັດ​ຈຸ​ບັນ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ22​ພຶດສະພາ​ນີ້,ທ່ານ​ເສິນ​ຢຸນລິນ ຫົວໜ້າ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ຫົວໜ້າ​ຫ້ອງການ​ວຽກ​ງານ​ໄຕ​ຫວັນ​ຂອງ​ຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ໃຫ້​ສຳ​ພາດ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ສ່ອງ​ແຄ​ບ​ໄຕ້​ຫວັນ​ໃນ​ປັດ​ຈຸ​ບັນ,​ທ່ານ​ຊີ້​ອອກ​ວ່າ,ພາຍ​ໃຕ້​ຄວາມ​ພະຍາຍາມ​ຮ່ວມ​ຂອງ​ພີ່ນ້ອງ​ຮ່ວມ​ຊາດ​ສອງ​ຝັ່ງ,​ສະ​ຖາ​ນະ​ກາ​ນ​ໄຕ້​ຫວັນ​ໄດ້​ເກີດ​ມີ​ການ​ປ່ຽນ​ແປງ​ໄປ​ໃນ​ທາງ​ທີ່ຕັ້ງໜ້າຢ່າງ​ໃຫຍ່​ຫຼວງ.​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ​ຂະ​ຫຍາຍ​ຕົວ​ໂດຍ​ສັນ​ຕິ​ໄດ້​ກາຍ​ເປັນຄວາມ​ປາຖະໜາ​ຮ່ວມ​ແລະ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ຂອງ​ພີ່​ນ້ອງ​ຮ່ວມ​ຊາດ​ສອງ​ຝັ່ງ.

ທ່ານ​ເສິນ​ຢຸນລິນ​ກ່າວ​ວ່າ,ປັດຈຸບັນ,ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ໄດ້​ປະກົດ​ມີ​ທ່າ​ອ່ຽງທີ່​ຂະ​ຫຍາຍ​ໄປ​ດ້ວຍ​ດີ.ພວກ​ຂ້າພະ​ເຈົ້າ​ຈະ​ສືບ​ຕໍ່​ຜັນ​ຂະຫຍາຍ​ທິດ​ທາງ​ລວມທີ່​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສັງ​ຝັ່ງ,ບັນລຸ​​ໃຫ້​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ໂດຍ​ສັນຕິ,ສືບ​ຕໍ່​ຄັດ​ຄ້ານ​ແລະ​ສະ​ກັດ​ກັ້ນ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ໄຕ້​ຫວັນ​ອອກ​ຈາກ​ຈີນ​ໃຫ້​ເປັນ​ເອ​ກະ​ລາດ,​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ພີ່​ນ້ອງ​ຮ່ວມ​ຊາດ​ສອງ​ຝັ່ງ,ສະ​ແຫວ​ງຫາ​ສັນຕິພາບ​ຂອງ​ພາກ​ພື້ນ​ຊ່ອງ​ແຄບ​ໄຕ້​ຫວັນ,​ພະ​ຍາ​ຍາມ​ສ້າງ​ສະ​ພາບ​ໃໝ່​​ແຫ່ງ​ການ​ຂະ​ຫາຍ​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ໂດຍ​ສັນ​ຕິ.

ທ່ານ​ເສິນ​ຢຸນລິນ​ກ່າວ​ວ່າ,ປັດຈຸບັນ,​ເຈົ້າ​ໜ້າ​ທີ່ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ພວມ​ທຳ​ຄວາມ​ພະ​ຍາ​ຍາມ​ຢ່າງ​ຕັ້ງໜ້າ​ເພື່ອ​ຟື້ນ​ຟູ​ການ​ເຈລະຈາ​ບົນ​ພື້ນຖານ​ຄວາມ​ເຫັນ​ເປັນ​ເອ​ກະ​ສັນ​ກັນ​ປີ​1992,​ແລະ​ທຳ​ການ​ກະກຽມ​ທີ່​ກ່ຽວຂ້ອງ.ພວກ​ຂ້າພະ​ເຈົ້າ​ຄອງ​ຄອຍ​ວ່າ,​ພາຍ​ຫຼັງ​ຟື້ນ​ຟູ​ການ​ເຈ​ລະ​ຈາ​ຢ່າງ​ເປັນ​ທາງ​ການ​ແລ້ວ,ສອງ​ຝ່າຍ​ພະຍາຍາມ​ຮ່ວມ​ກັນ,ປຶກສາ​ຫາລື​ກັນ​ຢ່າງ​ສະ​ເໝີ​ພາບ​ກັນ,​ແກ້​ໄຂ​ບັນຫາ​ຕ່າງໆ​ທີ່​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ສົນ​ໃຈ​ນັ້ນ​ຢ່າງ​ຕິດ​ແທດ​ຕົວ​ຈິງ.