|
 |
(GMT+08:00)
2008-05-22 21:05:46
|
 |
ຄະນະກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນຮຽກຮ້ອງໃຫ້ສືບຕໍ່ອອກແຮງສຸດຂີດກູ້ໄພ
cri
Author: cai
ຕາມຂ່າວສານຊີນຮວາ:ວັນທີ 22 ພຶດສະພານີ້,ຄະນະກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນໄດ້ຈັດກອງປະຊຸມ,ຄົ້ນຄວ້າແລະຈັດວາງໃຫ້ສືບຕໍ່ອອກແຮງສຸດຂີດເຮັດວຽກຕ້ານໄພກູ້ໄພໃຫ້ດີ.ທ່ານຫູຈີນທ່າວ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນໄດ້ເປັນປະທານກອງປະຊຸມ.
ກອງປະຊຸມຊີ້ອອກວ່າ,ປະຈຸບັນ,ສະຖານະການຕ້ານໄພກູ້ໄພຍັງຂ້ຽວຂາດຢູ່,ຕ້ອງສືບຕໍ່ຖືການຕ້ານໄພກູ້ໄພເປັນໜ້າທີ່ສຳຄັນກວ່າໝູ່ແລະຮີບດ່ວນກວ່າໝູ່ໃນປະຈຸບັນນີ້.ຕ້ອງສືບຕໍ່ຊອກຫາແລະກອບກູ້ປະຊາຊົນທີ່ປະສົບໄພ,ພະຍາຍາມຊອກຫາກອບກູ້ຜູ້ປະສົບໄພໝົດທຸກຄົນ.ຕ້ອງສືບຕໍ່ປິ່ນປົວປະຊາຊົນທີ່ບາດເຈັບໂດຍໄວ,ເຮັດວຽກປ້ອງກັນພະຍາດໃຫ້ດີ,ຮັບປະກັນໃຫ້ບໍ່ມີພະຍາດຮ້າຍແຮງເກີດຂຶ້ນພາຍຫຼັງໄພແຜ່ນດິນໄຫວ.ຕ້ອງພະຍາຍາມເຮັດວຽກຈັດວາງປະຊາຊົນທີ່ປະສົບໄພໃຫ້ດີ,ຮັບປະກັນຊີວິດການເປັນຢູ່ຂັ້ນພື້ນຖານຂອງປະຊາຊົນທີ່ປະສົບໄພຢ່າງແທ້ຈິງ,ໂດຍສະເພາະຕ້ອງຈັດວາງເດັກກຳພ້າ ພໍ່ໝ້າຍແມ່ໝ້າຍແລະເດັກກຳພ້າພິການໃຫ້ດີ.ຕ້ອງສືບຕໍ່ສ້ອມແປງພື້ນຖານໂຄງລ່າງທີ່ຖືກທຳລາຍ,ຈັດຕັ້ງພະນັກງານແລະປະຊາຊົນເຂດປະສົບໄພຟື້ນຟູການຜະລິດຜົນໂດຍໄວ,ພະຍາຍາມຫຼຸດຄວາມເສຍຫາຍຍ້ອນໄພແຜ່ນດິນໄຫວເທື່ອນີ້ໃຫ້ລົງເຖິງລະດັບໜ້ອຍທີ່ສຸດ.
|
|
|