ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-23 19:00:45    
ຮອງ​ນາ​ຍົກ​ຈີນ​ກ່າວ​ວ່າ,​ຈີນ​ຍິນ​ດີ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ຣັດ​ເຊຍ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ພະ​ລັງ​ງານ​ຕື່ມ​ອີກ

cri Author: d
ຕາມ​ຂ່າວCRI: ວັນ​ທີ2​3ພຶດສະພາ​ນີ້ ຢູ່​ປັກ​ກິ່ງ ທ່ານ​ວັງ​ຊີ​ຊ່ານ ຮອງ​ນາຍົກລັດຖະມົນຕີຈີນ​ໄດ້​ພົບ​ປະ​ທ່ານ​ອາ​ລິກຊັງ​ເຕີ ຢູຄົຟ ຮອງ​ນາ​ຍົກ​ລັດຖະມົນຕີ ຣັດ​ເຊຍ​ທີ່​ນຳ​ທ່ານດີ​ມີ​ຕຣີ ​ເມັດ​ເວ​ເດັຟ ປະທານາທິບໍດີຣັດ​ເຊຍ​ມາ​ຢ້ຽມຢາມ​ຈີນ. ທ່ານ​ວັງ​ຊີ​ຊ່ານ​ກ່າວ​ວ່າ,ຈີນ​ຍິນ​ດີ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບຣັດ​ເຊຍ​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ​ແລະ​ພະລັງງານ​ຕື່ມ​ອີກ,ສ້າງ​ພື້ນຖານອັນ​ໝັ້ນ​ແກ່ນ​ໃຫ້​ແກ່​ການ​ຂະຫຍາຍ​ການ​ພົວພັນລະຫວ່າງ​ຈີນ​ຣັດ​ເຊຍ​ຢ່າງ​ປອດ​ໃສ​ແລະ​ໝັ້ນທ່ຽງ.

ທ່ານ​ຢູຄົ​​ຟກ່າວ​ວ່າ,ປະຈຸ​ບັນ ການ​ພົວພັນ​ຄູ່​ປະສານ​ງານ​ຍຸດ​ທະ​ສາດ​ລະຫວ່າງຣັດ​ເຊຍຈີນ​ຢູ່​ໃນ​ລະດັບ​ສູງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ,ຫວັງ​ໃຫ້​ສອງ​ຝ່າຍ​ພ້ອມ​ກັນ​ທຳ​ຄວາມ​ພະຍາຍາມ,ປະກອບສ່ວນ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ຕົວ​ຈິງລະຫວ່າງ​ສອງ​ປະ​ເທດ​ແລະ​​ໃຫ້ການ​ພົວພັນ​ສອງປະ​ເທດຂະຫຍາຍຕົວ​ຕື່ມ​ອີກ.