ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-24 17:03:51    
ທ່ານ​ອູປ່າງ​ກົວ​ແລະທ່ານ​​ເຈຍ​ຊິ້ງລິນ​ຕ່າງ​ພົບ​ປະ​ທ່ານດີ​ມີ​ຕຼີ ​ເມດ​ເວ​​ເດັຟ ປະທານາທິບໍດີຣັດ​ເຊຍ

cri

ຕາມ​ຂ່າວcri:ວັນ​ທີ24 ພຶດສະພາ​ນີ້,ຢູ່​ປັກ​ກິ່ງ,ທ່ານອູ​ປ່າງກົວ ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ແລະ​ທ່ານ​ເຈຍ​ຊິ້ງລິນ ປະທານ​ສະພາ​ເປິກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ​ຕ່າງ​​ໄດ້ພົບ​ປະ​ທ່ານ​ເມດ​ເວ​ເດ​ຟ ປະທານາທິບໍດີສະຫະພັນຣັດ​ເຊຍ.

ທ່ານ​ອູ​ປ່າງກົວ​ກ່າວ​ວ່າ,ຝ່າຍ​ຈີນ​ໄດ້​ວາງ​ການ​ຂະຫຍາ​ການ​ພົວພັນ​ກັບຣັດ​ເຊຍ​ໄວ້​ໃນ​ຖານະ​ບູລິ​ມະ​ສິດ​ຂອງ​ການ​ທູດ​ຈີນ,ຮັບປະກັນ​ການ​ພົວພັນ​ລະຫວ່າງ​ຈີນ​ກັບຣັດ​ເຊຍ​ໃຫ້ຂະຫຍາຍຕົວອອກ​ຢ່າງ​ປອດ​ໃສ​ແລະ​ໝັ້ນ​ທ່ຽງ​ໃນ​ລະດັບ​ສູງ.ທ່ານ​ຫວັງ​ໃຫ້​ອົງການ​ນິຕິບັນຍັດຈີນ​ກັບຣັດ​ເຊຍ​ເພີ່ມ​ທະວີ​ການ​ແລ​ກປ່ຽນ​ຕື່ມ​ອີກ,ຮັດ​ແໜ້ນການ​ປະສານ​ງານ​ແລະ​ສົມທົບ​ກັນ​ໃນ​ອົງການຈັດ​ຕັ້ງ​ສະພາ​ສາກົນ​ແລະ​ພາກ​ພື້ນ.

ທ່ານ​ເມດ​ເວ​ເດ​ຟກ່າວ​ວ່າ,ການ​ຢ້ຽມຢາມ​ຂອງ​ທ່ານເທື່ອ​ນີ້​ ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ອຸດົມສົມບູນ,ການ​ແລກປ່ຽນກັບ​ອົງການ​ນິຕິ​ບັນຍັດ​ແມ່ນ​ພາກ​ສ່ວນ​ອັນ​ສຳຄັນ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມືຍຸ​ດທະ​ສາດລະຫວ່າງ​ສອງ​ປະ​ເທດ,ຫວັງ​ໃຫ້​ສອງ​ຝ່າຍ​ສືບ​ຕໍ່​ເພີ່​ມທະວີ​ການສື່ສານແລະ​ແລກປ່ຽນກັນ,ຊຸກຍູ້ຢ່າງ​ຮອບດ້ານ​​ໃນການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ຕ່າງໆ​ຄື​​ເສດ​ຖະກິດ​ການ​ຄ້າ​ແລະ​ມະນຸດ​ສາດວັດທະນະທຳ​ສັງຄົມ​ມະນຸດ​ເປັນ​ຕົ້ນ​ແລະ​ການປະສານ​ງານສົມທົບ​ກັນ​ໃນ​ບັນຫາ​ສາກົນ.

ໃນ​ເວລາ​ພົບ​ປະ​ທ່ານ​ເມດ​ເວ​ເດ​ຟ,ທ່ານ​ເຈຍ​ຊິ້ງລິນ​ກ່າວ​ວ່າ,ສະພາ​ເປິ​ກສາການ​ເມືອງ​ແຫ່ງ​ຊາດ​ຈີນ​ຫວັງຮັດ​ແໜ້ນການ​ພົວພັນກັບ​ສອງ​ສະພາ​​ແລະ​ສະພາ​ມະຫາ​ຊົນ​ຂອງ​ລັດຖະສະພາຣັດ​ເຊຍ​​ຕື່ມ​ອີກ,ພ້ອມ​ກັນ​ຊຸກຍູ້​ການ​ພົວພັນ​ຄູ່​ ​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຈີນ​ກັບຣັດ​ເຊຍ​ໃຫ້​ຂະຫຍາຍ​ຕວົຢ່າງ​ປອດ​ໃສ​ແລະ​ໝັ້ນ​ທ່ຽງ​ໃນ​ລະດັບ​ສູງ.