ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-27 14:48:33    
ທ່ານ​ອູ​ໂປ​ສົງ​ກ່າວ​ເນັ້ນວ່າ, ສອງ​ຝັ່ງ​ຮ່ອມ​ທະ​ເລຂ​ຂຶ້ນ​ກັບ​ປະ​ຊາ​ຊາດ​ຈີນ​ທັງ​ນັ້ນ, ຕ່າງ​ກໍ່​ມີ​ສາຍ​ເລືອດ​ດຽວ​ກັນ,​ໃຜ​ກໍ່​ປະຕິ​ເສດ​ບໍ່​ໄດ້

cri Author: mo
ຕາມ​ຂ່າວ​CRI:ຕອນ​ເຊົ້າວັນ​ທີ 27 ພຶດສະພາ​ນີ້, ທ່ານ​ອູ​ໂປ​ສົງ ປະທານ​ພັກ​ກົກ​ມີນຕັງ​ຈີນ​ໄດ້​ນຳພາ​ຄະນະ​ຢ້ຽມຢາມ​​ແຜ່ນດິນ​​ໃຫຍ່​ຂອງພັກ​ກົກ​ມິນ​ຕັງ​ໄປ​ຢ້ຽມ​ຄຳນັບ​ສຸສານ​ຈົ່ງ​ຊ່ານ​ນະຄອນ​ນານ​ກິ່ງ, ຫຼັງຈາກ​ນັ້ນທ່ານ​ໄດ້​ກ່າວ​ຄຳ​ປາ​ໄສ​ຢູ່​​ເດີ່ນ​ໂປ​ອ້າຍ​ທີ່​ຕັ້ງຢູ່​ຕີນ​ພູ​ສຸສານ​ຈົ່ງ​ຊ່ານ, ທ່ານ​ກ່າວ​ເນັ້ນວ່າ, ສອງ​ຝັ່ງ​ຮ່ອມ​ທະ​ເລ​ລ້ວນ​ແຕ່​ຂຶ້ນ​ກັບ​ປະຊາ​ຊາດ​ຈີນ, ມີ​ສາຍ​ເລືອດດຽວກັນ, ນີ້​ແມ່ນ​ເລື່ອງ​ທີ່​ບໍ່​ມີ​ໃຜລືບ​ຖີ້ມໄດ້.

ທ່ານ​ອູ​​ໂປ​ສົງ​ກ່າວ​ວ່າ, ​ເທື່ອ​ນີ້, ພັກ​ກົກ​ມີນຕັງ​ຈີນ​​ແມ່ນມາ​ຢ້ຽມຢາມ​ຕາມ​ຄຳ​ເຊີນ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ແລະ​ທ່ານ​​ຫູ​ຈີນ​ທ່າວ ເລຂາທິການ​ໃຫຍ່ສູນ​ກາງ​ພັກ, ບ່ອນ​ທຳ​ອິດທ່ານ​ກໍ່​ມາຢາມ​ນະຄອນ​ນານ​ກິ່ງ​ໂລດ. ​ເພາະ​ວ່າ​ນະຄອນ​ນານ​ກີ່​ງ​​ເຄີຍ​ເປັນ​ທີ່​ຕັ້ງຂອງ​ລັດຖະບານ​ກົກ​ມີນຕັງ, ​ໂດຍ​ສະ​ເພາະ​ແມ່ນ​ທ່ານ​ຊຸນ​ຢັດ​ເຊັນ ທີ່​ສອງ​ຝັ່ງ​ເຄົາລົບນັບ​ຖື​ຮ່ວມ​ກັນ​ ​ໄດ້​ຝັງ​ສົບ​ຢູ່​ແຫ່ງ​ນີ້, ​ເວົ້າສຳລັບ​ພັກ​ກົກ​ມິນ​ຕັງ​ແລ້ວ​​ແຫ່ງ​ນີ້​ແມ່ນ​ບ່ອນ​ກຳ​ເນີ​ດ​ແລະ​ມີ​ຄວາມ​ຮັກ​ຜູກ​ພັນ​ເປັນ​ພິ​ເສດ. ທ່ານ​ອູ​​ໂປ​ສົງ​ໄດ້ສະ​​ແດງ​ຄວາມ​ຂອບ​ໃຈ​ທີ່​ສຸດນຳ​ອົງການ​ປົກຄອງ​ນະຄອນ​ນານ​ກິ່ງ​​ທີ່​ໄດ້​ຮັກສາ​ສຸສານ​ຈົ່ງ​ຊ່ານ​ໄດ້​ດີ​ປານ​ນີ້ແລະ​ສວຍ​ງາມ​ປານ​ນີ້. ທ່ານ​ກ່າວ​ວ່າ, ​ສອງ​ຝັ່ງ​ຕ້ອງຮັບ​ຮູ້ປະຫວັດສາດ, ​ແລະ​ຍອມຮັບ​ສະພາບ​ຕົວ​ຈິງ, ບຸກ​ເບີກ​ອະນາຄົດ. ສຸສານ​ຈົ່ງ​ຊ່ານ​ກໍ່​ແມ່ນສິ່ງ​ຢືນຢັນ​​ປະຫວັດສາດ​ທີ່​ດີ​ທີ່​ສຸດ​ແຫ່ງ​ໜຶ່ງ.