|
 |
(GMT+08:00)
2008-05-27 18:41:48
|
 |
ທ່ານອູປ່າງກົວະສຳຫຼວດສະພາບໄພແຜ່ນດິນໄຫວຢູ່ແຂວງເສສວນ
cri
 ຕາມຂ່າວສານຈີນ,ວັນທີ27ພຶດສະພານີ້,ທ່ານອູປ່າງກົວະ ປະທານສະພາປະຊາຊົນແຫ່ງຊາດຈີນສືບຕໍ່ສຳຫຼວດສະພາບໄພແຜ່ນດິນໄຫວຢູ່ແຂວງເສສວນ.

ຕອນເຊົ້າວັນທີ27ພຶດສະພານີ້,ທ່ານອູປ່າງກົວະໄດ້ສຳຫຼວດສະພາບໄພແຜ່ນດິນໄຫວຢູ່ເມືອງນ້ອຍອີ້ງຊິ້ວເມືອງເວີ້ນຊ່ວນ,ແລ້ວໄປກວດສະພາບຂອງອ່າງນ້ຳຈືພິງພູ້.ຕອນບ່າຍ,ທ່ານໄປຢາມປະຊາຊົນຜູ່ປະສົບໄພຢູ່ແຫ່ງຕ່າງໆເຊັ່ນບ່ອນພັກຊົ່ວຄາວຢູ່ບ້ານຊິ້ງຟູເຈ່ຍຢວນເມືອງຕູ່ຈ່ຽງຢ້ຽ.ຢູ່ບ່ອນພັກຊົ່ວຄາວ,ທ່ານອູປ່າງກົວະໄດ້ຖາມສະພາບຊີວິດການເປັນຢູ່ຂອງປະຊາຊົນຜູ່ປະສົບໄພ,ແລະກວດພື້ນຖານໂຄງລ່າງດ້ານຊີວິດການເປັນຢູ່ສາທາລະນະເຊັ່ນຫ້ອງອາຫານ,ຫ້ອງອາບນ້ຳ,ຫ້ອງນ້ຳແລະອື່ນໆ.ທ່ານອູປ່າງກົວະໄດ້ເວົ້າຕໍ່ປະຊາຊົນຜູ່ປະສົບໄພວ່າ,ຂໍແຕ່ຄົນຍັງຢູ່ກໍ່ມີທຸກສິ່ງທຸກຢ່າງ,ພວກເຮົາພ້ອມກັນສ້າງສາຊີວິດທີ່ດີງາມແລະມີຄວາມສຸກ.
 ຢູ່ໂຮງຮຽນຊົ່ວຄາວທີ່ຊື່ວ່າຊິງຟູເຈ່ຍຢວນ,ທ່ານອູປ່າງກົວະລະດົມໃຫ້ນັກຮຽນທັງຫຼາຍຄວນມີຄວາມໝັ້ນໃຈເພື່ອເອົາຊະນະໄພພິບັດ,ສ້າງ ຕົນເອງເຂັ້ມແຂງຢ່າງບໍ່ລົດລະ.
ທ່ານອູປ່າງກົວະແມ່ນເດີນທາງໄປແຂວງເສສວນໃນຕອນບ່າຍວັນທີ26ພຶດສະພານີ້.
|
|
|