ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-27 19:49:04    
ປະ​ທານ​ປະ​ເທດ​ຈີນ​ເຈ​ລະ​ຈາ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ສ.​ເກົາ​ຫຼີ

cri
ຕາມ​ຂ່າວCRI: ວັນ​ທີ 27 ພຶດສະພາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ຫູ​ຈີນ​ທາ​ວ ປະທານ​ປະ​ເທດ​ຈີນ​ໄດ້​ເຈລະຈາ​ກັບ​ທ່ານ​ຫຼີ​ມູງ​ບັກ ປະທາ​ນາ​ທິ​ບໍ​ດີ​ສ.​ເກົາຫຼີທີ່​ມາ​ຢ້ຽມຢາມ.

ທ່ານ​ຫູ​ຈີນ​ທາວ​ກ່າວ​ວ່າ, ​ເມື່ອ​ເມືອງ​ເວີ້​ນຊ່ວນ​ແຂວງ​ເສ​ສວນ​ຈີນ​ເກີ​ດ​ແຜ່ນດິນ​ໄຫວ​ຮຸນ​ແຮງ​ແລ້ວ, ທ່ານ​ປະທາ​ນາ​ທິ​ບໍດີ​​ໄດ້​ຝາກ​ໂທລະ​ເລກ​ຢື້​ຢາມ​ຖາມ​ຂ່າວ​ໃນ​ທັນທີ, ​ແລະ​ໄປ​ໄວ້ອາ​ໄລ​ຢູ່​ສະຖານທູດ​ຈີນ​ປະຈຳ​ສ.​ເກົາຫຼີ, ລັດຖະບານ​ສ.​ເກົາຫຼີ​ຍັງ​ໄດ້​ໃຫ້​ການ​ຊ່ອຍ​ເຫຼືອ​ກູ້​ໄພ​ໂດຍ​ດ່ວນ, ​ແລະ​ໄດ້​ສົ່ງ​ໜ່ວຍ​ກູ້​ໄພ​ມາຈີນ. ​ວົງ​ການ​ຕ່າງໆ​ຂອງ​ສ.​ເກົາຫຼີກໍ່​ໄດ້​ບໍລິຈາກ​ເງິນ​ຢ່າງ​ຫຼວງຫຼາຍ, ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັກ​ແພງ​​ອັນ​ເລິກ​ເຊິ່ງຂອງ​ປະຊາຊົນ​ສ.​ເກົາຫຼີທີ່​ມີ​ຕໍ່​ປະຊາຊົນ​ຈີນ. ທ່ານ​ຫູ​ຈີນ​ທາວ​ຕາງໜ້າ​ລັດຖະບານ​ແລະ​ປະຊາຊົນ​ຈີນ, ​ໂດຍ​ສະ​ເພາະ​ແມ່ນ​ປະຊາຊົນ​ເຂດ​ປະສົບ​ໄພ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈຢ່າງຈິງ​ໃຈ​ຕໍ່​ທ່ານ​ຫຼີມູງບັກ, ລັດ​ຖະ​ບານ​ແລະ​ປະຊາຊົນ​ສ.​ເກົາຫຼີ. ທ່ານ​ຫູ​ຈີນ​ທາວ​ກ່າວ​ວ່າ, ທ່ານເຊື່ອ​ໝັ້ນ​ວ່າ, ການ​ຢ້ຽມຢາມ​ເທື່ອ​ນີ້​ແນ່ນອນ​ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ຕິດ​ແທດ​ຕົວ​ຈິງລະຫວ່າງ​ຈີນ​ກັບສ.​ເກົາຫຼີ​​ໃນ​ຂົງ​ເຂດ​ຕ່າງໆ​ຢ່າງ​ແຂງ​ແຮງ, ຊຸກ​ຍູ້​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂະຫຍາຍ​ໄປ​ສູ່​ລະດັບ​ສູງ​ກວ່າ​ເກົ່າ.

ທ່ານຫຼີມູງບັກ​ກ່າວ​ວ່າ, ພາຍຫຼັງ​ແຜ່ນດິນ​ໄຫວ​ໄດ້​ເກີດ​ຂຶ້ນ​ຢູ່​ເມືອງ​ເວີ້ນ​ຊ່ວນ​ເກີດ​ຂຶ້ນ​ແລ້ວ, ​ໃນ​ຖານະ​ເປັນ​ປະ​ເທດ​ໃກ້​ຄຽງ, ສ.​ເກົາຫຼີ​ກໍ່​ຮູ້ສຶກ​ເສົ້າ​ສະຫຼົກ​ໃຈຫຼາຍ. ​ເຊື່ອ​ວ່າ, ​ໃຕ້​ການ​ນຳພາ​ຂອງ​ລັດ​ຖະ​ບານ​ຈີນ​ແລະ​ຄວາມ​ສາມັກຄີ​ຂອງ​ປະ​ຊາ​ຊົນ​ເຂດ​ປະສົບ​ໄພ, ​ເຂດ​ປະສົບ​ໄພ​ແຂວງ​ເສ​ສວນ​ແນ່ນອນ​ຈະ​ສາມາດ​ສ້າງ​ບ້ານ​ຄືນ​ໃໝ່​ໂດຍ​ໄວຢ່າງ​ແນ່ນອນ. ຈີນ​ກໍ່ສາມາດ​​ເອົາ​ຊະນະ​ຄວາມທຸກ​ຍາກ​​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້, ຈັດ​ງານ​ກິລາ​ໂອ​ລິ​ມປິກ​ຢ່າງ​ສຳ​ເລັດ​ຜົນ.