|
 |
(GMT+08:00)
2008-05-27 21:01:28
|
 |
ເຂດປະສົບໄພແຜ່ນດິນໄຫວບໍ່ໄດ້ປະກົດເຫັນພະຍາດຕິດແປດຮ້າຍແຮງແລະເຫດການສາທາລະນະສຸກ
cri
ຕາມຂ່າວCRI,ວັນທີ27ພຶດສະພານີ້,ຢູ່ທີ່ປັກກິ່ງ,ທ່ານຊຸນເຈ່ຍໄຫໂຄສົກກະຊວງສາທາລະນະສຸກຈີນກ່າວວ່າ,ນັບມາຮອດປັດຈຸບັນ,ຢູ່ເຂດປະສົບໄພແຜ່ນດິນໄຫວບໍ່ໄດ້ປະກົດເຫັນພະຍາດຕິດແປດຮ້າຍແຮງແລະເຫດການສາທາລະນະສຸກທີ່ເກີດຂຶ້ນຢ່າງກະທັນຫັນ.
ທ່ານຊຸນເຈ່ຍໄຫກ່າວວ່າ,ເຖິງວ່າແຜ່ນດິນໄຫວໄດ້ທຳລາຍລະບົບລາຍງານພະຍາດຂອງເຂດປະສົບໄພຢ່າງຫຼວງຫຼາຍກໍຕາມ,ແຕ່ພາກສ່ວນທີ່ກ່ຽວຂ້ອງໄດ້ໃຊ້ມາດຕະການຕ່າງໆເຊັ່ນເພີ່ມຈຳນວນຜູ່ປ້ອງກັນພະຍາດ,ໃຊ້ໂທລະສັບມືຖືລາຍງານໂດຍກົງເພື່ອຮັບປະກັນໃຫ້ທຸກເມືອງທຸກຕາແສງທີ່ປະສົບໄພແລະບ່ອນພັກຊົ່ວຄາວຂອງຜູ່ປະສົບໄພດຳເນີນການຕິດຕາມກວດກາແລະລາຍງານສະພາບຕິດພະຍາດທຸກມື້.ປັດຈຸບັນ,ພາກສ່ວນສາທາລະນະສຸກໄດ້ຮັບການລາຍງານກ່ຽວກັບສະພາບການພະຍາດຕິດແປດຈຳນວນໜຶ່ງເຊັ່ນວັນນະໂລກ,ຕັບອັກເສບແລະຖອກທ້ອງ.ແຕ່ບໍ່ໄດ້ປະກົດເຫັນພະຍາດຕິດແປດຢ່າງຮ້າຍແຮງແລະເຫດການສາທາລະນະສຸກທີເກີດຂຶ້ນຢ່າງກະທັນຫັນ.
|
|
|