ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-28 17:06:01    
ທ່ານ​ລີ​ວສີ ​ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ປັກ​ກິ່ງ​ພົບ​ປະ​ທ່ານ​ອູ​ໂປ​ສົງ​ພ້ອມ​ດ້ວຍ​ຄະ​ນະ

cri Author: mo
ຕາມ​ຂ່າວCRI:ຕອນ​ເຊົ້າວັນ​ທີ 28 ພຶດສະພາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ລີ​ວສີ ​ເລຂາ​ຄະນະ​ພັກ​ນະຄອນປັກ​ກິ່ງ ປະທານ​ຄະນະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ພົບ​ປະ​ກັບ​ຄະນະ​ຢ້ຽມຢາມ​ແຜ່ນດິນ​​ໃຫຍ່​ຂອງ​ພັກ​ກົກມິນ​ຕັງ​ຈີນ​ທີ່​ນຳ​ໂດຍ​ທ່ານ​ອູ​ໂປ​ສົງ ປະທານ​ພັກ​ກົກ​ມີນຕັງ​ຈີນ.

ທ່ານ​ລີ​ວສີ​ກ່າວ​ວ່າ, ​ໃນຫຼາຍປີ​ມາ​ນີ້, ພີ່ນ້ອງ​ຮ່ວມ​ອຸທອນຈາກໄຕ້​ຫວັນ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ແລະສະ​ໜັບ​ສະໜູນ​​ຢ່າງ​ແຂງ​ແຮງແກ່​ວຽກ​ງານກະ​ກຽມຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ຍິນ​ດີ​ຕ້ອນຮັບ​ພີ່ນ້ອງ​ຮ່ວມ​ອຸທອນຈາກ​ໄຕ້​ຫວັນ​ມາ​ຮ່ວມ​ງານ​ກິລາ​ໂອ​ລິມປິກຢ່າງຈິງ​ໃຈ.

ທ່ານ​ອູ​ໂປ​ສົງ​ກ່າວ​ວ່າ, ພັກ​ກົກ​ມິນ​ຕັງ​ຈະ​ກຳ​ໂອ​ກາດ​ໃໝ່​ແຫ່ງ​ການ​ຂະຫຍາຍ​ການ​ພົວພັນ​ສອງ​ຝັ່ງ​ຮ່ອມ​ທະ​ເລ​ໃຫ້​ດີ, ​ ຊຸກ​ຍູ້​ການ​ຂະຫຍາຍ​ການ​ພົວພັນ​ສອງ​ຝັ່ງຢ່າງ​ຕັ້ງໜ້າ​ແລະ​ເພິ່ມທະວີ​ການ​ແລກປ່ຽນ​ລະຫວ່າງ​ປັກ​ກິ່ງ​ກັບ​ໄຕ້​ຫວັນ ຕາມຄວາມ​ປາຖະໜາ​ຮ່ວມ​ທີ່​ພັດທະນາ​ສອງ​ຝັ່ງ​ໂດຍ​ສັນຕິ​​ທີ່​ຜູ້ນຳ​ພັກ​ກົກ​ມິນ​ຕັງ​ກັບ​ພັກ​ກອມ​ມູນິດ​ຈີນ​ພ້ອມ​ກັນ​ປະກາດ​.

ຕອນ​ເຊົ້າມື້​ດຽວ​ກັນ, ທ່ານ​ອູ​​ໂປ​ສົງ​ພ້ອມ​ດ້ວຍ​ຄະນະ​ໄດ້​​ໄປຢ້ຽມຢາມ​ສະໜາມກິລາຮັງ​ນົກ ​ເຊິ່ງ​ເປັນ​ສະໜາມກິລາ​ຫຼັກແລະ​ສະໜາມ​ແຂ່ງຂັນ​ເບັສບອນອູ​ເຄີ​ຊົງ. ທ່ານ​ອູ​​ໂປ​ສົງ​ກ່າວ​ວ່າ, ສະໜາມກິລາຮັງນົກ​ແມ່ນ​ສະໜາມກິລາ​ທີ່​ໃຫຍ່​ໂຕ​ມະ​ໂມລາ​ນກວ່າ​ໝູ່ທີ່​ທ່ານ​​​ເຄີຍເຫັນ, ທ່ານ​​ຕາງໜ້າ​ພັກ​ກົກ​ມິນ​ຕັງ​ຈີນ​ແລະ​ພີ່ນ້ອງ​ຮ່ວມ​ອຸທອນ​ໄຕ້​ຫວັນ​ອວຍພອນ​ດ້ວຍຄວາມ​ຈິງ​ໃຈ​ໃຫ້​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈົ່ງ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງສູງ​ທີ່​ສຸດ.