ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-28 18:42:51    
ຈີນ​ກັບ​ຫວຽດ​ນາມ​ຫາ​ລື​ກ່ຽວ​ກັບ​ລົດ​ໂດຍ​ສານ​ແລະ​ລົດ​ຂົນ​ສົ່ງ​ສິນ​ຄ້າ​ແລ່ນ​ໂດຍ​ກົງ​ລະ​ຫວ່າງ​ສອງ​ປະ​ເທດ

cri
ຕາມ​ຂ່າວສານ​ຈີນ,ວັນ​ທີ28​ພຶດສະພາ​ນີ້,ກອງ​ປະຊຸມ​ວຽກ​ງານ​ການ​ຂົນ​ສົ່ງ​ດ້ວຍ​ລົດຍົນ​ລະ​ຫວ່າງ​ຈີນ​ ​ຫວຽດນາມ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ຫາງ​ໂຈ່​ວ​ ພາກ​ໃຕ້​ຂອງ​ຈີນ.​ໃນ​ການ​ເຈ​ລະ​ຈາ​ທີ່​ຈະ​ດຳ​ເນີນ​ເປັນ​ເວລາ3​ວັນ,ຜູ່​​ແທນ​ຂອງ​ສອງ​ປະ​ເທດຈະ​ຫາລື​ລາຍ​ລະອຽດ​ກ່ຽວ​ກັບ​ການ​ໃຫ້​ລົດ​ໂດຍສານ​ແລະ​ລົດ​ບັນທຸກ​ສິນຄ້າ​ແລ່ນ​ຂ້າມ​ຊາຍ​ແດນ​ລະ​ຫວ່າງ​ສອງ​ປະ​ເທດ,​ເພື່ອ​ປ່ຽນ​ແປງ​ສະພາບການ​ຂົນ​ສົ່ງ​ທາງບົກ​ລະຫວ່າງ​ຈີນ​ກັບ​ຫວຽດ​ນາມ​ຕ້ອງ​ປ່ຽນ​ລົດ​ຢູ່ຊາຍ​ແດນ.

ຂ່າວ​ແຈ້ງວ່າ,​ເມື່ອ​ສັນ​ຍາ​ສະ​ບັບ​ໃໝ່​ເຊັນ​ກັນ​ແລະ​ມີ​ຜົນ​ບັງ​ຄັບ​ໃຊ້​ແລ້ວ,​ລົດ​ຈາກ​ຕົວ​ເມືອງ​ຕ່າງໆ​ຂອງ​ຈີນ​ເຊັ່ນ​ນະຄອນ​ຄຸນ​ມິງ ນະ​ຄອນ​ນານ​ນິງ​ແລະ​ນະ​ຄອນ​ກຸ້ຍ​ລິນ​ຈະ​ສາ​ມາດ​ໄປ​ຮອດ​ຫຼາຍ​ຕົວ​ເມືອງ​ຂອງ​ຫວຽດ​ນາມ​ເຊິ່ງ​ລວມ​ທັງ​ນະ​ຄອນ​ຫຼວງ​ຮ່າ​ໂນ້ຍ​ໂດຍ​ກົງ​.