ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-29 17:30:20    
ທັນ​ຍາ​ຫານ​ລະດູ​ຮ້ອນ​ຂອງ​ຈີນ​ຄາດ​ວ່າ​ຈະ​ເກັບ​ກ່ຽວ​ໄດ້​ອຸ​ດົມ​ສົມ​ບູນ

cri Author: mo
ຕາມ​ຂ່າວ​ຈາກ​ໜັງສືພິມ​ເຢິນມີນຢື້​ປ້າວ: ວັນ​ທີ 28 ພຶດສະພາ​ນີ້, ກະຊວງ​ກະສິກຳ​ຈີນ​ແຈ້ງ​ໃຫ້​ຊາບ​ວ່າ, ປັດຈຸບັນ, ​ເຂົ້າ​​ເບຼຂອງ​ຈີນ​ເຕີບ​ໃຫຍ່​ງານ​ດີຫຼາຍ, ທັນ​ຍາ​ຫານ​​ໃນ​ລະດູ​ຮ້ອນ​ຂອງ​ຈີນ​ປີ​ນີ້ຄາດ​ວ່າຈະ​ເກັບ​ກ່ຽວ​ໄດ້​ອຸດົມສົມບູນ.

ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວຂ້ອງ​ຂອງ​ກະຊວງ​ກະສິກຳ​ຈີນ​ແຈ້ງວ່າ, ​ໄລຍະ​ມໍ່ໆ​ນີ້, ຖ້າ​ບໍ່​ມີ​​ໄພ​ທຳ​ມະ​ຊາດ​ແບບ​ຜິດ​ປົກກະຕິ, ທັນ​ຍາ​ຫານ​​ໃນ​ລະດູ​ຮ້ອນ​ຂອງ​ຈີນ​ຈະ​​ໄດ້ຜົນ​ຜະລິດ​ສູງ​ທີ່​ສຸດໃນ​ປະ​ຫວັດ​ສາດ, ຍອດ​ຜົນ​ຜະລິດ​ຈະ​ສູງ​ຂຶ້ນ 5 ປີ​ລຽນຕິດ​ເປັນຄັ້ງທຳ​ອິດ​ນັບແຕ່​ສ້າງຕັ້ງປະ​ເທດ​ຈີນ​ໃໝ່​ມາ​ນີ້.

ນອກ​ນີ້, ​ພືດ​ນ້ຳມັນ​ທີ່​ຈະ​ເກັບ​ກ່ຽວ​ໃນ​ລະດູ​ຮ້ອນ​ຂອງ​ຈີນ​ ​ເຖິງວ່າ​ໄດ້​ປະສົບ​ໄພ​ຫິມະ​ຕົກ​ແຮງ​ກໍ່ຕາມ ​ແຕ່​ຍັງ​ຈະ​​ມີ​ຜົນເກັບ​ກ່ຽວ​ໄດ້​ດີ, ​ໄດ້​ປ່ຽນ​ແປງ​ສະພາບ​ທີ່ຜົນ​ຜະລິດຫຼຸດລົງ​ໃນ 3 ປີ​ຜ່ານ​ມາ.

ປີ 2007, ຍອດ​ຜົນ​ຜະລິດ​ທັນ​ຍາ​ຫານ​ຂອງ​ຈີນ​ມີ​ເຖິງ 500 ລ້ານ​ໂຕນ, ​ນັບ​ແຕ່​ປີ 1985 ມາ​ນີ້, ຖື​ວ່າ​ເທື່ອ​ນີ້​ເປັນ​ເທື່ອ​ທຳ​ອິດ​ທີ່​ໄດ້ຜົນ​ຜະລິດ​ສູງ 4 ປີ​ລຽນຕິດ.