ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-29 17:36:42    
ລະດັບ​​ໃຊ້​ກົນ​ຈັກ​​ກະ​ສິ​ກຳ​ຂອງ​ຈີນ​​ສູງ​ຂຶ້ນ​ຢ່າງ​ວ່ອງ​ໄວ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ປັດຈຸບັນ, ການນຳ​ໃຊ້​ເຄື່ອງ​ຈັກກະ​ສິກຳໄດ້​ກາຍ​ເປັນ​ຊ່ອງ​ທາງ​ສຳຄັນ​ທີ່​ເຮັດ​ໃຫ້​ຊາວ​ກະສິກອນ​ຈີນ​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ. ລະດັບ​ຫັນ​​​ໃຊ້​ກົນ​ຈັກ​​ກະສິກຳ​ໄດ້​ຍົກ​ສູງ​ຂຶ້ນຢ່າງ​ວ່ອງ​ໄວ, ບາດກ້າວກະສິກຳ​ຫັນ​ເປັນ​ທັນ​ສະ​ໄໝ​ກໍ່​​ເລັ່ງ​ລັດໄວ​​ເຂົ້າ. ຜົນ​ດີຂອງ​ການ​ໃຊ້​ເຄື່ອງ​ຈັກ​ກະສິກຳ​ແມ່ນສາມາດ​ຍົກ​ຜົນ​ຜະລິດ, ປະສິດທິພາບ​ການ​ອອກ​ແຮ​ງງານ​ແລະອັດຕາ​ນຳ​ໃຊ້​ຊັບພະຍາກອນ​ໃຫ້​ສູງ​ຂຶ້ນຢ່າງຫຼວງຫຼາຍ, ປົດ​ປ່ອຍ​ຊາວ​ກະສິກອນ​ອອກ​ຈາກ​ການ​ອອກ​ແຮງ​ງານ​ດ້ວຍຕີນ​ມື​ແລະ​ວິທີ​ການ​ຜະລິດ​ກະສິກຳ​ອັນ​​ເກົ່າ​ແກ່ຫຼ້າຫຼັງ.

ປັດຈຸບັນ, ໜ່ວຍ​ງານ​ບໍລິການ​ດ້ານ​ເຄື່ອງ​ຈັກກະ​ສິກຳ​ປະ​ເພດ​ຕ່າງໆ​ແລະ​ຄອບຄົວທີ່​ໃຊ້​ເຄື່ອງ​ຈັກກະ​ສິກຳ​ຂອງ​ຈີນ​ມີ 36 ລ້ານ 5 ​ແສນ​​​ແຫ່ງ. ໜ່ວຍ​ງານບໍລິການ​ເຄື່ອງ​ຈັກ​​​ແບບ​ໃໝ່​​ເຊັ່ນ​ສະຫະກອນ​ຮ່ວມ​ມື​ເຄື່ອງ​ຈັກກະ​ສິກຳ​ໄດ້​ພັດທະນາ​ເຕີບ​ໂຕ​ຢ່າງ​ບໍ່​ຢຸດ​ຢັ້ງ, ຕະຫຼາດຈຳ​ໜ່າຍ ຜະລິດ ​ແລະ​ສ້ອມ​ແປງ​​ເຄື່ອງ​ຈັກກະ​ສິກຳ​ນັບ​ມື້​ນັບ​ຈະ​ເລີນ.

ນັບ​ມາ​ຮອດ​ທ້າຍ​ປີ 2007, ລະດັບໃຊ້​ເຄື່ອງ​ຈັກ​ຜະລິດ​ກະສິກຳ​ສັງ​ລວມຂອງ​ຈີນ​ໄດ້​ບັນລຸ​ເຖິງ 41%, ​ແຮງ​ງານ​ໃນ​ຂະ​ແໜງ​ກະສິກຳທີ່​ກວມຜູ້​ເຮັດ​ວຽກ​ໃນ​ທົ່ວ​ສັງຄົມ​ໄດ້ຫຼຸດລົງ​​ເຫຼືອປະມານ 38%.