ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-29 17:59:35    
ມູນ​ນິ​ທິ​ແລກ​ປ່ຽນ​ສອງ​ຝັ່ງ​ຊ່ອງ​​ແຄບ​ໄຕ້​ຫວັນ​​ຈະ​ມາ​ເຈ​ລະ​ຈາ​ຢູ່​ປັກ​ກິ່ງ​ໃນ​ເດືອນ​ມິດ​ຖຸ​ນາ​ປີ​ນີ້

cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ຕອນ​ເຊົ້າ​ວັນ​ທີ 29 ພຶດສະພານີ້, ທ່ານ​ຈ່ຽງ​ປິນ​ຄຸ່ນ ປະທານ​ຄະນະອຳ​ນວຍການມູນ​ນິທິ​ແລກປ່ຽນ​ສອງ​ຝັ່ງ​ຊ່ອງ​​ແຄບ​ໄຕ້ຫວັນ​​ກ່າວ​ວ່າ, ​ໃນ​ວັນ​ທີ 11 ຫາ​ວັນ​ທີ 14 ມິ​ຖຸນາປີ​ນີ້, ທ່ານຈະ​ມາປັກ​ກິ່ງ​ເພື່ອ​ເຈລະຈາວຽກ​ງານ​ຕ່າງໆ, ​ເຊັ່ນ: ການ​ເໝົາ​ເຄື່ອງ​ບິນ​ລະຫວ່າງ​ແຜ່ນດິນ​ໃຫຍ່​ກັບ​ໄຕ້​ຫວັນ​ໃນທ້າຍ​ອາທິດ, ​ແລະ​ນັກ​ທ່ອງ​ທ່ຽວ​ຂອງ​​ແຜ່ນດິນ​ໃຫຍ່ໄປ​ທ່ຽວ​ໄຕ້​ຫວັນ​ນີ້​ແມ່ນ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ສະມາຄົມ​ການພົວ ພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ແຜ່ນດິນ​ໃຫຍ່.

ວັນ​ທີ 29 ພຶດສະພາ​ນີ້, ສະມາຄົມ​ການພົວ ພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ແຜ່ນດິນ​ໃຫຍ່​ສົ່ງ​ໜັງສື​ເຊີນ​ໄປ​ຍັງມູນ​ນິທິ​ແລກປ່ຽນ​ສອງ​ຝັ່ງ​ຊ່ອງ​​ແຄບ​ໄຕ້ຫວັນ, ​ເຊີນ​ທ່ານ​ຈ່ຽນປິນຄຸ່ນ ປະທານ​ຄະນະອຳນວຍ​ການມູນ​ນິທິ​ແລກປ່ຽນ​ສອງ​ຝັ່ງ​ຊ່ອງ​​ແຄບ​ໄຕ້ຫວັນ​ແລະ​ທ່ານ​ກ່າວ​ຂົງລຽນ ຮອງ​ປະທານ​ທັງ​ເປັນ​ເລຂາທິການ​ໃຫຍ່ຂອງ​ມູນ​ນິທິ​ດັ່ງກ່າວ​ ນຳພາ​ຄະນະ​ມາ​ຢ້ຽມຢາມ​ປັກ​ກິ່ງ​ແຕ່​ວັນ​ທີ 11 ຫາ​ວັນ​ທີ 14 ມິຖຸນາ​ເພື່ອດຳ​ເນີນ​ການ​ເຈລະຈາ​ກ່ຽວ​ກັບ​ວຽກ​ງານ​ຕ່າງໆ, ​ເຊັ່ນ: ການ​ເໝົາ​ເຄື່ອງ​ບິນ​ລະຫວ່າງ​ແຜ່ນດິນ​ໃຫຍ່​ກັບ​ໄຕ້​ຫວັນ​ໃນ​ທ້າຍ​ອາ​ທິດ, ​ແລະ​ນັກ​ທ່ອງ​ທ່ຽວ​ແຜ່ນດິນ​ໃຫຍ່ໄປ​ທ່ຽວ​ໄຕ້​ຫວັນ.

ສື່​ມວນ​ຊົນ​ໄຕ້​ຫວັນ​ແຈ້ງ​ຂ່າວ​ວ່າ, ທ່ານ​ຈ່ຽງ​ປິນ​ຄຸ່ນ​ກ່າວ​ວ່າ, ນີ້​ແມ່ນ​ຈຸດ​ເລີ່​ມຕົ້ນ​ທີ່​ສອງ​ອົງການ​ດັ່ງກ່າວ​ດຳ​ເນີນ​ການ​ແລກປ່ຽນ​ຄືນ​ໃໝ່​ແຕ່​ປີ 1999 ​ເປັນ​ຕົ້ນ​ມາ​ແລະສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ເລື່ອງ​ນີ້.