ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-29 19:11:32    
ຫາງ​ສຽງຮົງ​ກົງ​ມາ​ກາວ​ໄຕ້​ຫວັນ:​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ​ຈະ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ມີ​ລັກ​ສະ​ນະ​ທາດ​ແທ້

cri Author: d
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ29ພຶດສະພາ​ນີ້ ຫາງ​ສຽງ​ຂອງ​ຮົງ​ກົງ​ມາ​ກາວ​ແລະ​ໄຕ້​ຫວັນ​ຊີ້​ອອກ​ວ່າ,ການ​ເຈລະຈາ​ລະຫວ່າງ​ທ່ານ​ຫູ​ຈິນທາວ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​​ກັບ​ທ່ານ​ອູ​ໂປ​ຊົງ ປະທານ​ພັກ​ກົກ​ມິນ​ຕັງ​ຈີນ ຈະ​ຊຸກຍູ້​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງຊ່ອງ​ແຄບ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ມີ​ລັກສະນະ​ທາດ​ແທ້.

ໜັງສືພິມ​​ໂຈ່ງ​ໂກ​ສື​ປ້າວ​ຂອງ​ໄຕ້​ຫວັນ​ເຫັນ​ວ່າ,ປັກ​ກິ່ງ​ແມ່ນ​ປະຕິບັດ​ຕໍ່​ບັນຫາ​ແລກປ່ຽນແລະ​ການ​ຮ່ວມ​ມືທາງ​ເສດຖະກິດທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ຢ່າງ​ຕິດ​ແທດ​ຕົວ​ຈິງ,ກໍ່​ມີ​ຄວາມ​ປາຖະໜາ​ສູງ​ທີ່​ຢາກ​ໃຫ້ບູລິ​ມະ​ສິດ​ແກ່​ໄຕ້​ຫວັນ​,ປະຈຸ​ບັນ ຂໍແຕ່ວ່າ​ຟື້ນ​ຟູ​ການ​ເຈລະຈາ​ລະຫວ່າງ​ສອງ​ຝັ່ງ,​ເຊັນ​ສັນຍາ​ກັນ,ກໍ່​ຈະ​ເລີ່​ມ​ເປີດ​ປະຕູ​​ແລ້ວ.

ໜັງສືພິມ​ເວີນ​ຮຸ້ຍປ້າວ​ຂອງ​ຮົງກົງ​​ເຫັນ​ວ່າ,ຄວາມ​ໝາຍ​ຂອງ​ການ​ເຈລະຈາ​ລະຫວ່າງ​ທ່ານ​ຫູຈິນທາວ​ກັບ​ທ່ານ​ອູ​​ໂປ​ຊົງ​ແມ່ນຢູ່​ບ່ອນ​ວ່າ,ສອງ​ຝ່າຍ​ລ້ວນ​ແຕ່​ຄັດຄ້ານ"​ໄຕ້​ຫວັນ​ເປັນ​ເອກະລາດ",ສະໜັບສະໜູນ"​ຄວາມ​ຮັບ​ຮູ້​ຄື​ກັນ​ປີ1992",ມີ​ຫຼັກ​ໝັ້ນ​ເປັນ​ເອກະສັນ​ກັນ​ໃນ​ບັນຫາ​ແກນ​ກາງ,ນີ້​ໄດ້​ສ້າງ​ພື້ນຖານ​ກົກ​ຮາກ​ໃຫ້​ແກ່​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະຫວ່າງ​ສອງ​ຝ່າຍ.

ໜັງສືພິມ​ອ້າວ​ເມີນ​ຢື້​ປ້າວພິມ​ບົດ​ນຳ​ຊີ້​ອອກ​ວ່າ,ສອງ​ຝັ່ງ​ແຍກ​ກັນ​ເກືອບ60ປີ​ແລະ​ຄວາມ​ຄົດ​ລ້ຽວ​ໃນ8ປີ​ມາ​ນີ້,​​ເຮັດ​ໃຫ້​ສອງ​ພັກ​ແລະ​ສອງ​ຝັ່ງ​ຕ້ອງການ​​ແກ້​ໄຂ​ຫຼາຍ​ບັນຫາ.​ຂໍ​ແຕ່​ວ່າສອງ​ຝ່າຍ​ໃຊ້​ສະຕິ​ປັນຍາມາ​ຢຸດຕິຄວາມ​ຂັດ​ແຍ່ງ​ກັນ​ໄວ້​ກ່ອນ,ຜ່ານການຕອບ​ຮັບ​ດ້ວຍ​ເຈຕະນາ​ດີ​ດ້ວຍ​ດີ,ສະ​ສົມ​ຄວາມ​ໄວ້​​ເນື້ອ​ເຊື່ອ​ໃຈກັນ,​ເຊື່ອ​ວ່າ ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ຂະຫຍາຍຕົວ​​ໂດຍສັນຕິ​ແລະ​ມີສະ​ຖຽນລະ​ພາບນັ້ນ​ແມ່ນສາມາດ​ເບິ່ງ​ໄປ​ໃນ​ອະນາຄົດ​ໄດ້.