ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-30 20:33:40    
ຈີນ​ຍິນ​ດີ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຈີນ​ຫວຽດ​ນາມ​

cri
ຕາມ​ຂ່າວCRI,ວັນ​ທີ30​ພຶດສະພາ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ອູ​ປ່າງ​ກົວະ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະທານຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ນົງ​ດຶກ​ແມັງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຫວຽດນາມ​ທີ່ມາ​ຢ້ຽມຢາມ,​ທ່ານ​ອູ​ປ່າງກົວະ​ກ່າວ​ວ່າ,ຈີນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ທີ່​ມີ​ໄມຕີ​ຈິດ​ລະ​ຫວ່າງ​ພັກ ລັດ​ແລະ​ປະ​ຊາ​ຊົນ​ຈີນ​ກັບ​ຫວຽດນາມ,ຊຸກ​ຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຈີນ​ຫວຽດ​ນາມ​ໃຫ້​ຂະ​ຫຍາຍ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ນົງ​ດຶກ​ແມັງ​ກ່າວ​ວ່າ,ການ​ພົວພັນ​ຮ່ວມ​ມື​ແລະ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ຫວຽດ​ນາມ​ກັບ​ຈີນ​ໄດ້​ຂະຫຍາຍ​ໄປ​ເຖິງ​ລະດັບ​ສູງ​ໃໝ່,ຈຸດປະສົງ​ຂອງການ​ຢ້ຽມຢາມ​ເທື່ອ​ນີ້​ຂອງ​ທ່ານ​ແມ່ນ​ເພື່ອ​ຮ່ວມ​ກັບ​ຈີນ​​ເພີ່ມ​ຄວມ​ເຂົ້າ​ໃຈ​ກັນ ສະໜັບສະໜູນ​ກັນ​ຢ່າງ​ເດັດດ່ຽວ​ແລະ​ສະ​ແຫວ​ງຫາ​ການ​ຮ່ວມ​ມື​ແລະ​ການ​ພັດທະນາ​ຕື່ມ​ອີກ.​ເມື່ອ​ກ່າວ​ເຖິງ​ແຜ່ນດິນ​ໄຫວ​ຮ້າຍ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​ເມືອງ​ເວີ້​ນຊ່ວນ​ແຂວງ​ເສ​ສວນ​ຈີນ,ທ່ານ​ນົງ​ດຶກ​ແມັງ​ກ່າວ​ວ່າ,​ເຊື່ອ​ວ່າ​ພາຍ​ໃຕ້​ການ​ນຳພາ​ຢ່າງ​ເຂັ້ມ​ແຂງ​ຂອງ​ພັກ​ກອມ​ມູນິດ​ຈີນ,ປະຊາຊົນ​ຈີນ​ຍ່ອມ​ຈະ​ເອົາ​ຊະນະ​ໄພ​ທຳ​ມະ​ຊາດ​ຢ່າງ​ແນ່ນອນ,ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ແລະສ້າງ​ບ້ານ​ແປງ​ເມືອງ​ຄືນ​ໃໝ່.