ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-30 20:49:00    
ທ່ານ​ຫູ​ຈິນ​ທາວ​ເຈ​ລະ​ຈາ​ກັບ​ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ

cri
ຕາມ​ຂ່າວCRI,ວັນ​ທີ30​ພຶດສະພາ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ຫູ​ຈິນທາວ ​ເລຂາທິການ​ໃຫຍ່​ສູ​ນກາງ​ພັກ​ກອມ​ມູນິດ​ຈີນ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນົງ​ດຶກ​ແມັງ​ເລຂາ​ທິ​ກາ​ນ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ທີ່​ມາ​ຢ້ຽມຢາມ.

ທ່ານ​ຫູ​ຈິນທາວ​ຂອບ​ອົກ​ຂອບ​ໃຈ​ນຳ​ພັກ ລັດ​ແລະ​ປະຊາຊົນ​ຫວຽດນາມ​ທີ່​ເດັດດ່ຽວ​ສະ​ໜັບ​ສະ​ໜູນ​ພາລະກິດ​ອັນ​ຍິ່ງ​ໃຫຍ່​​ແຫ່ງ​ການໂຮມ​ປະ​ເທດ​ເຂົ້າ​ເປັນ​ເອກະ​ພາບ​ຂອງ​ຈີນ,​ເດັດດ່ຽວ​ຄັດ​ຄ້ານ​ການ​ແຍກ​ໄຕ້​ຫວັນ​ອອກ​ຈາກ​ຈີນ​ໃຫ້​ເປັນ​ເອກະລາດ,​ແລະ​ໃຫ້ການ​ສະໜັບສະໜູນ​ອັນ​ລ້ຳ​ຄ່າ​ແກ່​ຈີນ​ພາຍຫຼັງ​ແຂວງ​ເສ​ສວນ​ເກີດ​ແຜ່ນດິນ​ໄຫວ​ຢ່າງ​ຮ້າຍ​ແຮງ.ທ່ານ​ຫູ​ຈິນທາວ​ກ່າວ​ວ່າ,ສອງ​ຝ່າຍ​ຄວນ​ທຳ​ຄວາມ​ພະຍາຍາມ​ຮ່ວມ​ກັນ,ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົ​ງ​ເຂດ​ຕ່າງໆ​ເຊັ່ນ​ວັດທະນະທຳ ກາ​ນສຶກສາ ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ກະສິກຳ​ແລະ​ອື່ນໆ​ແລະ​ການ​ແລກປ່ຽນ​ລະຫວ່າງ​ຊາວ​ໜຸ່ມ​​ເຍົາ​ວະ​ຊົນ,​ແລະ​ແກ້​ໄຂ​ບັນຫາ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​​ເໝາະ​ສົມ,ສືບ​ຕໍ່​ເພີ່ມ​ທະວີ​ການ​ປຶກສາ​ຫາລື​ແລະ​ປະສານ​ງານ​ກັນ​ໃນ​ວຽກ​ງານ​ສາກົນ​ແລະ​ພາກ​ພື້ນ,ປົກ​ປັກ​ຮັກສາ​ແລະ​ຊຸກ​ຍູ້​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ​​ແຫ່ງ​ນີ້​ກໍ​ຄື​ຂອງ​ໂລກ.

ທ່ານ​ນົງ​ດຶກ​ແມັງ​ຕາງໜ້າ​ຫວຽດນາມ​ສະ​ແດງ​ຄວາ​ມ​ເຫັນ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ສະພາບ​ປະສົບ​ໄພ​ແຜ່​ນດິນ​ໄຫວ​ແຂວງ​ເສ​ສວນ,​ແລະ​ສະໜອງ​ເຄື່ອງ​ຊ່ວຍ​ເຫຼືອ​​ເຊັ່ນ​ຢາ​ປິ່ນປົວ​ທີ່​ມີ​ມູນ​ຄ່າ​ອີກ2​ແສນ​ໂດ​ລາ​ໃຫ້​ແກ່​ຈີນ.ທ່ານ​ຍັງ​ໄດ້ກ່າວ​ຢ້ຳຫຼັກ​ໝັ້ນ​ຕະຫຼອດ​ມາ​ຂອງ​ຫວຽດນາມ​ທີ່​ຄັດຄ້ານ​ການ​​ແຍກ​ໄຕ້​ຫວັນ​ອອກ​ຈາກ​ຈີນ​ໃຫ້​ເປັນ​ເອກະລາດ​ບໍ່​ວ່າ​ໃຊ້​ຮູບ​ການ​ໃດໆ,​ແລະ​ ອວຍພອນ​ໃຫ້​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​​ຈົ່ງໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ.