ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-31 16:46:18    
ຈີນ​ຈະ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ຢ່າງ​ສ​ະ​ເໝີ​ຕົ້ນ​ສະ​ເໝີ​ປາຍ

cri Author: d
ຕາມ​ຂ່າວCRI: ວັນ​ທີ31ພຶດສະພານີ້ ​ໃນ​ກອງ​ປະ​ຊຸມ​ຄວາມໝັ້ນຄົງ​ອາຊີ​ຄັ້ງທີ7ທີ່​ຈັດ​ຂຶ້ນ​ຢູ່​ສິງກະ​ໂປ ພົນ​ໂທ​ທະຫານ​ອາກາດ​ໝ້າ​ສຽວ​ທ່ຽນ ຮອງ​ເສນາ​ທິການສູງ​ສຸດ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນກ່າວ​ວ່າ, ຈີນ​ຈະ​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນ​ຕິ​ຢ່າງ​ສ​ະ​ເໝີ​ຕົ້ນສະ​ເໝີ​ປາຍ,ປະຕິບັດ​ນະ​ໂຍບາຍ​ປ້ອງ​ກັນ​ປະ​ເທດ​​ແບບທ່າ​ຮັບ.ທ່ານ​ໝ້າ​ສຽວ​ທ່ຽນ​ເວົ້າວ່າ:

"ນີ້​ແມ່ນ​ການ​​ເລືອກ​ເຟັ້ນທາງ​ຍຸດ​ທະ​ສາດ​ຂອງ​ລັດຖະບານ​ແລະ​ປະຊາຊົນ​ຈີນ​ໂດຍອີງ​ຕາມ​ກະ​ແສ​ພັດທະນາ​ຂອງ​ຍຸກ​ສະ​ໄໝ​ແລະ​ຜົນ​ປະ​ໂຫຍ​ດພື້ນຖານຂອງ​ຕົນ​ເອງ,ນີ້​ກໍ່​ແມ່ນ​ຄຳ​ໝັ້ນສັນຍາ​ອັນ​ເຄັ່ງ​ຂືມຂອງ​ພວກ​ຂ້າພະ​ເຈົ້າຕໍ່​ປະຊາ​ຄົມ​ໂລກ."

ທ່ານ​ໝ້າ​ສຽວ​ທ່ຽນ​ກ່າວ​ວ່າ,ການ​ເພີ່ມ​ທະວີ​ການ​ກໍ່ສ້າງ​ການ​ປ້ອງ​ກັນ​ປະ​ເທດ​ແມ່ນ​ການ​ຮັບປະກັນ​ອັນ​ພື້ນຖານໃນ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ແຫ່ງ​ຊາດ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ,​ແມ່ນ​ຄວາມ​ຕ້ອງການທາງ​ພາວະ​ວິ​ໄສ​ທີ່​ສອດຄ່ອງ​ກັບ​ທ່າ​ອ່ຽງ​ໃໝ່​ແຫ່ງ​ການ​ພັດທະນາ​ທາງ​ການ​ທະຫານ​ຂອງ​ໂລກ.ທ່ານ​ຊີ້​ອອກ​ວ່າ:

"ການ​ກໍ່ສ້າງ​ປ້ອງ​ກັນ​ປະ​ເທດ​ແລະ​ການ​ສ້າງສາ​ເສດຖະກິດ​ຂອງ​ຈີນ​ແມ່ນ​ກົມກຽວ​ກັນ.ບໍ່​ວ່າ​ໃນ​ໂລກ​ນີ້​ຈະ​ມີ​ກາ​ນປ່ຽນ​ແປງ​ແນວ​ໃດ​,ຈີນ​ກໍ່​ຈະ​ບໍ່​​ຂົ່ມຂູ່​ປະ​ເທດ​ໃດໆທາງ​ການ​ທະຫານ​,ບໍ່​ເປັນ​ເຈົ້າ​ອຳນາດຈົນ​ເທົ່າ​ໃດໆ,​ແລະ​ບໍ່​ແຜ່​ອຳນາດ​ຈົນ​ເທົ່າ​ໃດໆ."

ທ່ານ​ໝ້າ​ສຽວ​ທ່ຽນ​ຍັງ​ກ່າວ​ວ່າ,ກອງທັບ​ຈີນ​ຍິນ​ດີ​ເພີ່ມ​ທະວີ​ການ​ແລກປ່ຽນ​ທາງ​ການ​ທະຫານ​ກັບ​ປະ​ເທດຕ່າງໆ​ໃນ​ອາຊີ​ປາຊິ​ຟິກຕື່ມ​ອີກ,ພ້ອມ​ກັນ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນນີ້.