ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-06-01 19:38:50    
ທ່ານ​ເຈຍ​ຊິ້ງ​ລິນ​ພົບ​ປະ​ກັບ​ທ່ານ​ນົງ​ດຶກ​ແມັງ

cri
ຕາມ​ຂ່າວ CRI,ວັນ​ທີ1​ມິຖຸນາ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ເຈຍ​ຊິ້ງລິນ ​ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,ຫວັງ​ໃຫ້​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກັບ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ສືບ​ຕໍ່​ເພີ່ມ​ທະວີ​ການ​ໄປມາຫາ​ສູ່​ກັນ,​ເປີດ​ກວ້າງ​ການ​ຮ່ວມ​ມື,​ປະ​ກອບ​ສ່ວນ​ອັນ​ໃໝ່​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຈີນ​ຫວຽດນາມ​ໃຫ້​ຂະຫຍາຍ​ຕົວຢ່າງ​ບໍ່​ຢຸດ​ຢັ້ງ.

ໃນ​ເວລາພົບ​ປະ​ກັບ​ທ່ານ​ນົງ​ດຶກ​ແມັງ​ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ທີ່​ມາ​ຢ້ຽມຢາມ,ທ່ານ​ເຈຍ​ຊິ້ງລິນ​ກ່າວ​ວ່າ,ຫວ່າງ​ມໍ່ໆ​ນີ້,ທ່ານ​ຫູ​ຈິນ​ທາວ​ເລຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະທານ​ປະ​ເທດ​ຈີນ​ກັບທ່ານ​ນົງ​ດຶກ​ແມັງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດນາມ​ໄດ້​ບັນລຸ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ສັນ​ກັນ​ກ່ຽວ​ກັບ​ການ​ຂະຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນ​ຫວຽດ​ນາມ,​ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ຈີນຫວຽດນາມ​ໄດ້​ເຂົ້າ​ສູ່​ໄລຍະ​ພັດທະນາ​ອັນ​ໃໝ່.

ທ່ານ​ເຈຍ​ຊິ້ງ​ລິນ​ຍັງ​ໄດ້​ແນະນຳ​ສະພາບ​ໄພ​ແຜ່ນ​ດິນ​ໄຫວ​ທີ່​ເກີດ​ຂຶ້ນ​ຢູ່​ແຂວງ​ເສ​ສວນ​ແລະ​ວຽກ​ງານ​ກູ້​ໄພ​ແຜ່ນ​ດິນ​ໄຫວ​ແລະ​ການ​ສ້າງສາ​ຄືນ​ໃໝ່​ຫຼັງ​ໄພ​ແຜ່ນ​ດິນ​ໄຫວ​ຂອງ​ຈີນ,​ແລະ​ຂອບ​ໃຈ​ນຳ​ຝ່າຍ​ຫວຽດ​ນາມ​ທີ່​ໄດ້​ຢື້​ຢາມ​ຖາມ​ຂ່າວ​ແລະ​ສະ​ໜອງ​ການ​ສະ​ໜັບ​ສະ​ໜູນ.

ທ່ານ​ນົງ​ດຶກ​ແມັງ​ກ່າວ​ວ່າ,ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ກັບ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຢ່າງ​ບໍ່​ຢຸດ​ຢັ້ງ,​ທຳ​ຄວາມ​ພະ​ຍາ​ຍາມ​ໃໝ່​ເພື່ອ​ຮັດ​ແໜ້ນ​ພື້ນ​ຖານ​ສັງ​ຄົມ​ຂອງ​ມິດ​ຕະ​ພາບ​ຫວຽດ​ນາມ​ຈີນ​ຕື່ມ​ອີກ.