ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-06-02 12:28:14    
ທ່ານ​ລຽງ​ປາວ​ຮວາ ​ເລຂາ​ຄະນະ​ພັກ​ແຂວງ​ຈຽງ​ຊູ່​ຈີນພົບ​ປະ​ທ່ານນົງ​ດຶກ​ແມັງ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ຕອນ​ຄ່ຳວັນ​ທີ 1 ມິຖຸນາ​ນີ້,ຢູ່​ນະຄອນ​ນານ​ກິ່ງ,ທ່ານ​ລຽງ​ປາວ​ຮວາ ​ເລຂາ​ຄະນະ​ພັກ​ກອມ​ມູນິດຈີນ​ແຂວງ​ຈຽງ​ຊູ່​ໄດ້​ຕ້ອນຮັບ​ທ່ານ​ນົງ​ດຶກ​ແມ້ງ ​ເລຂາທິການ​​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມພ້ອມ​ດ້ວຍ​ຄະນະ​ທີ່​ມາ​ຢ້ຽມ​ຢາມ​ແຂວງ​ຈຽງ​ຊູ່.

ທ່ານ​ລຽງ​ປາວ​ຮວາ​ກ່າວ​ວ່າ,​ແຂວງ​ຈຽງ​ຊູ່​ຈະ​ຕັ້ງໜ້າ​ສະ​ໜັບ​ສະ​ໜູນ​ແລະ​ສົ່ງ​ເສີມ​ໃຫ້​ວິ​ສາ​ຫະ​ກິດ​ໄປ​ລົງທຶນ​ຢູ່​ຫວຽດນາມ,ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ດ້ານ​ກະສິກຳ ວັດທະ​ນະທຳ ການ​ສຶກສາ​ແລະ​ອື່ນໆ,ປະກອບ​ສ່ວນ​ອັນ​ໃໝ່​ເຂົ້າ​ໃນ​ການ​ຂະຫຍາຍ​ການ​ພົວພັນ​ມິດຕະ​ພາບ​ລະຫວ່າງ​ຈີນ​ຫວຽດ.

ທ່ານ​ນົງ​ດຶກ​ແມ້ງ​ຢາກ​ໃຫ້​ແຂວງ​ຈຽງ​ຊູ່​ເປີດ​ກວ້າງ​ການ​ຮ່ວມ​ມື​ແລະ​ການ​ແລກ​ປ່ຽນ​ກັບ​ຫວຽດ​ນາມ​ຕື່ມ​ອີກ,ຊຸກ​ຍູ້​ໃຫ້​ເສດ​ຖະກິດ ສັງຄົມ​ແລະ​ວັດທະນະທຳ​ຂອງ​ສອງ​ຝ່າຍ​ພັດທະນາ​ພ້ອມ​ກັນ.