ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-06-03 19:24:50    
ຫຼັກໝັ້ນ​ແລະ​ນະ​ໂຍບາຍ​ຂອງ​ຈີນ​ໃນ​ການ​ປົກ​ປ້ອງ​ແລະ​ຊຸກ​ຍູ້​ສິດ​ທິ​ມະ​ນຸດ​ແມ່ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ

cri Author: mo
ຕາມ​ຂ່າວ​CRI:ວັນ​ທີ 3 ມິຖຸນາ​ນີ້,​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ທ່ານ​ສີນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ເນັ້ນວ່າ, ຫຼັກໝັ້ນ​ແລະ​ນະ​ໂຍບາຍ​ຂອງ​ຈີນ​ໃນ​ການ​ປົກ​ປ້ອງ​ແລະ​ຊຸກ​ຍູ້​ສິດທິ​ມະນຸດ​ແມ່ນ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ.

ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ, ທ່ານ​ສີນ​ກ່າງ​ຊີ້​ອອກ​ວ່າ, ລັດຖະບານ​ຈີນ​ອອກ​ແຮງ​ຄໍ້າປະກັນ​ແລະບູລະນະ​ສິດທິ​ມະນຸດ​ຂອງ​ສາທາ​ລະນະ​ຊົນ​ຈີນຢ່າງ​ບໍ່​ຢຸດ​ຢັ້ງ​, ນີ້​ບໍ່​ແມ່ນ​ຊີ້​ຂາດ​ຢູ່​ນຳ​ຄວາມ​ປາຖະໜາ​ຂອງ​ປະ​ເທດ​ໃດ ກຸ່ມ​ໃດ ອົງການ​ໃດຫຼືບຸກຄົນ​ໃດ​ໄດ້, ກໍ່​ບໍ່​ສາມາດ​ຊັ່ງຊາ​ດ້ວຍ​ມາດ​ຕະຖານ​ຂອງ​ປະ​ເທດ​ໃດ ອົງການ​ໃດ​ແລະ​ບຸກຄົນ​​ໃດ. ຈີນ​ມີ​ເຈດ​ຈຳນົງ​ຕະຫຼອດມາວ່າ ລະຫວ່າງ​ປະ​ເທດ​ກັບປະ​ເທດ​ຄວນ​ຈັດການ​ສົນທະນາ​ກັນ​ກ່ຽວ​ກັບ​ບັນຫາ​ສິດທິ​ມະນຸດ​ບົນ​ພື້ນຖານ​ທີ່​ເຄົາລົບ​ແລະ​ສະ​ເໝີ​ພາບ​ກັນ, ​ເພື່ອ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ ຫຼຸດຄວາມ​ເຫັນ​ທີ່​ຂັດ​​ແຍ່​ງກັນ​ໃຫ້​ໜ້ອຍ​ລົງ, ຄັດຄ້ານ​ການ​ເອົາ​ສິດທິ​ມະນຸດ​ເປັນ​ຂໍ້​ອ້າງ, ​ໃຊ້​ຄວາມ​ກົດ​ດັນ​ແລະ​ສອງມາດຖານ​ມາ​ແຊກ​​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ.