ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-01 10:16:47    
ເຊັກຈະຖອນທະຫານອອກຈາກອີຣັກໃນຕົ້ນປີໜ້າ

cri
ຕາມຂ່າວສານຊິນຮວາ:ຕາມຂ່າວສານເຊັກແຈ້ງຂ່າວວ່າ,ວັນທີ31ພຶດສະພາ,ໃນເວ
ລາຢ້ຽມຢາມຕຳຫຼວດຝ່າຍທະຫານຂອງເຊັກປະຈຳອີຣັກ,ທ່ານໂກສເຕນກາ ລັດຖະ
ມົນຕີກະຊວງປ້ອງກັນປະເທດເຊັກທີ່ໄປຢ້ຽມຢາມອີຣັກເປັນເວລາສັ້ນນັ້ນເວົ້າວ່າ,ກອງ
ທະຫານເຊັກຈະສິ້ນສຸດວຽກງານໃນກອງທະຫານຫຼາຍປະເທດປະຈຳອີຣັກໃນຕົ້ນປີ
ໜ້າ.

ທ່ານໂກສເຕນກາເວົ້າວ່າ,ຕໍ່ໄປພາຍໜ້າ,ກອງທະຫານເຊັກຈະສຸມກຳລັງປະຕິບັດໜ້າ
ທີ່ຢູ່ບັງການແລະອາຟການິສະຖານ.

ປະຈຸບັນນີ້,ເຊັກມີຕຳຫຼວດຝ່າຍທະຫານ90ຄົນປະຈຳຢູ່ອີຣັກ.ອີງຕາມຄວາມຮຽກຮ້ອງ
ຕ້ອງການຂອງຝ່າຍອັງກິດ,ລະດູຮ້ອນປີນີ້,ເຊັກຈະແຕ່ງພະນັກງານການແພດ6ຄົນໄປ
ອີີຣັກ,ວຽກງານຂອງພວກເຂົາເຈົ້າຈະຮອດທ້າຍປີນີ້.