ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-07 13:36:42    
ອາເມລິກາແລະລັດຖະບານຊົ່ວຄາວຂອງ ອີລັກເຊັນສັນຍາກ່ຽວກັບກອງທະຫານ ນາໆຊາດປະຈຳຢູ່ອີລັກຕໍ່ໄປ

cri
ຕາມຂ່າວCRI,ວັນທີ6ມິຖຸນາ,ທ່ານພໍແວວລັດຖະມົນຕີການຕ່າງປະເທດອາເມລິກາແລະ
ທ່ານອາລາ ວີນາຍົກລັດຖະມົນຕີຂອງລັດຖະບານຊົ່ວຄາວຂອງອີລັກຕ່າງໄດ້ຝາກຈົດ
ໝາຍໄປຍັງສະພາຄວາມໝັ້ນຄົງສະຫະປະຊາຊາດ,ແຈ້ງໃຫ້ຊາບສັນຍາລະຫວ່າງອາ
ເມລິກາອີລັກກ່ຽວກັບກອງທະຫານນາໆຊາດທີ່ອາເມລິການຳພາຈະສືບຕໍ່ປະຈຳຢູ່ອີລັກ
ພາຍຫຼັງວັນທີ30ມິຖຸນາ.

ໃນຈົດໝາຍຂອງທ່ານອາລາວີຂຽນວ່າ,ລັດຖະບານຊົ່ວຄາວຂອງອີລັກຈະຮຽກຮ້ອງໃຫ້
ສະພາຄວາມໝັ້ນຄົງຜ່ານມະຕິໃໝ່ກ່ຽວກັບພາລະກຳຂອງກອງທະຫານນາໆຊາດ.ທ່ານ
ອາລາວີກ່າວວ່າ,ທ່ານຈະສ້າງຕັ້ງຄະນະກຳມະການຄວາມປອດໄພແຫ່ງຊາດຂັ້ນລັດຖະ
ມົນຕີທີ່ນຳໂດຍທ່ານເອງ,ສ້າງຂອບໃຫ້ແກ່ນະໂຍບາຍຄວາມປອດໄພຂອງອີລັກ.

ວັນທີ6ມິຖຸນາ,ສະພາຄວາມໝັ້ນຄົງໄດ້ຈັດການຫາລືໂດຍດ່ວນແບບປິດປະຕູກ່ຽວກັບຈົດ
ໝາຍຂອງທ່ານທັງສອງ.ຫຼັງປະຊຸມ,ທ່ານຈອນເນໂກພົງຜູ່ຕາງໜ້າຂອງອາເມລິກາປະຈຳ
ສະຫະປະຊາຊາດເວົ້າຕໍ່ນັກຂ່າວວ່າ,ອາເມລິກາອັງກິດຈະຍື່ນຮ່າງມະຕິໃໝ່ກ່ຽວກັບການ
ມອບອຳນາດໃຫ້ອີລັກໃຫ້ສະພາຄວາມໝ້ັນຄົງໃນວັນທີ7ມິຖຸນາ.ອາເມລິກາອັງກິດຍັງຮຽກ
ຮ້ອງໃຫ້ສະພາຄວາມໝ້ັນຄົງລົງຄະແນນສຽງກ່ຽວກັບຮ່າງມະຕິສະບັບໃໝ່ດ່ັງກ່າວໃນວັນ
ທີ8ມິຖຸນາ.