ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-09 11:26:47    
ຈີນໂປໂລຍປະກາດສ້າງການພົວພັນໝູ່ ຄູ່ມິດຕະພາບຮ່ວມມືກັນ (ພາບ)

cri

ຕາມຂ່າວCRI:ວັນທີ 8 ມິຖຸນາ,ຢູ່ວັກໂຊວີ,ໃນເວລາທ່ານຫູຈິນທາວ ປະທານປະເທດ ຈີນທ່ີພວມຢ້ຽມຢາມໂປໂລຍພົບປະເຈລະຈາກັບທ່ານອາເລັກຊານເດີ ຄະວາສນີວສຄື
ປະທານາທີບໍດີໂປໂລຍ,ທ່ານຫູຈິນທາວເວົ້າວ່າ,ຫວັງໃຫ້ຈີນໂປໂລຍ ຖືໂອກາດທ່ີສອງ
ປະເທດສ້າງສາຍສຳພັນການທູດຄົບຮອບ 55 ປີ,ຂະຫຍາຍການພົວພັນໝູ່ຄູ່ມິດຕະພາບ
ຮ່ວມມືກັນ,ຊຸກຍູ້ໃຫ້ການພົວພັນລະຫວ່າງສອງປະເທດກ້າວຂຶ້ນສູ່ລະດັບສູງໃໝ່.ມື້ດຽວ
ກັນ,ປະມຸກລັດສອງປະເທດໄດ້ລົງນາມໃນຖະແຫລງ ການຮ່ວມຈີນໂປໂລຍ,ປະກາດ
ສ້າງການພົວພັນໝູ່ຄູ່ມິດຕະພາບຮ່ວມມືກັນ.

ສອງຝ່າຍກ່າວວ່າ,ເຄົາລົບຝ່າຍກົງກັນຂ້າມເລືອກເອົາເສັ້ນທາງພັດທະນາແລະປະຕິ
ບັດນະໂຍບາຍພາຍໃນແລະຕ່າງປະເທດຕາມສະພາບແຫ່ງຊາດຂອງຕົນ,ເຄົາລົບ
ແລະສະໜັບສະໜູນຝ່ານກົງກັນຂ້າມທຳຄວາມພະຍາຍາມເພ່ືອປົກປັກຮັກສາອະທິ
ປະໄຕແລະຜືນແຜ່ນດິນອັນຄົບ.

ໃນຖະແຫລງການ,ຝ່າຍໂປໂລຍກ່າວລື້ມວ່າ,ຍຶດໝັ້ນນະໂຍບາຍປະເທດຈີນດຽວ,
ສະໜັບສະໜູນພາລະກິດອັນຍ່ິງໃຫຍ່ຂອງຈີນທ່ີໂຮມປະເທດເຂົ້າເປັນເອກະພາບກັນ
ໂດຍສັນຕິ.