ວິທະຍຸສາກົນແຫ່ງປະເທດຈີນລາຍງານວ່າ: ຕອນເຊົ້າວັນທີ 10 ມິຖຸນາ ທ່ານຫູຈິນ ທ່າວ ປະທານປະເທດຈີນໄດ້ສິ້ນສຸດການຢ້ຽມຢາມໂປໂລຍ ແລ້ວຂີ່ຍົນພິເສດຈາກ ຄຼາໂຄຟ ສືບຕໍ່ເດີນທາງໄປຢ້ຽມຢາມຮຸງກາລີ.
ໃນໄລຍະຢ້ຽມຢາມໂລໂລຍ,ທ່ານຫູຈິນທ່າວໄດ້ພົບປະຜູ້ນຳໂປໂລຍຄືປະທານາທິບໍດີ, ນາຍົກລັດຖະມົນຕີ,ປະທານສະພາສູງແລະປະທານສະພາຕ່ຳຂອງໂປໂລຍ.ສອງຝ່າຍ ໄດ້ເຊັນຖະແຫຼງການຮ່ວມຈີນໂປໂລຍ,ເປັນເອກະສັນກັນເຫັນດີຍົກການພົວພັນຈີນ ໂປໂລຍຂຶ້ນເປັນການພົວໝູ່ຄູ່ຮ່ວມມືດ້ວຍໄມຕີຈິດ,ແລະໄດ້ເຊັນສັນຍາຮ່ວມກັນສອງ ຕໍ່ສອງຫຼາຍສະບັບ.
ທ່ານຫູຈິນທ່າວກ່າວວ່າ,ການຢ້ຽມຢາມເທື່ອນີ້ໄດ້ບັນລຸເປົ້າໝາຍທີ່ຄາດໄວ້ກ່ອນຄືເຂົ້າ ໃຈເລິກເຊິ່ງກວ່າເກົ່າ,ເພີ່ມທະວີມິດຕະພາບ,ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈແລະເປີດ ກວ້າງຄວາມຮັບຮູ້ຄືກັນ.
ທ່ານຫູຈິນທ່າວແມ່ນເດີນທາງໄປຮອດຄຼາຄົຟເພື່ອຢ້ຽມຢາມໃນຕອບບ່າຍວັນທີ 9 ມິຖຸນາ.
|