ວິທະຍຸສາກົນແຫ່ງປະເທດຈີນລາຍງານວ່າ: ໂດຍຕອບສະໜອງຄຳເຊີນຂອງທ່ານເມ ດີ ເຟເລນ ປະທານາທິບໍດີຮຸງກາລີ ວັນທີ 10 ມິຖຸນາ ທ່ານຫູຈິນທ່າວ ປະທານປະ ເທດຈີນໄດ້ເດີນທາງໄປຮອດບຸຍດາແປສ ເລີ່ມຢ້ຽມຢາມຮຸງກາລີທາງລັດຖະກິດ.
ຢູ່ເດີ່ນຍົນ ທ່ານຫູຈິນທ່າວໄດ້ກ່າວຄຳປາໄສທາງລາຍລັກອັກສອນວ່າ,ມິດຕະພາບ ລະຫວ່າງປະຊາຊົນຈີນແລະຮຸງກາລີມີມາແຕ່ບູຮານນະການ.ຈີນເອົາໃຈໃສ່ນຳການ ຮ່ວມມືດ້ວຍໄມຕີຈິດກັບຮຸງກາລີ,ຍິນດີພ້ອມກັນກັບຝ່າຍຮຸງກາລີທຳຄວາມພະຍາຍາມ ເຮັດໃຫ້ການພົວພັນສອງປະເທດໃນສັດຕະວັດໃໝ່ ມີເນື້ອໃນອຸດົມສົມບູນເລື້ອຍໆ, ມີພະລັງຊີວິດໃໝ່ແລະສ້າງຄວາມສຸກໃຫ້ແກ່ປະຊາຊົນສອງຊາດ.
ທ່ານຫູຈິນທ່າວກ່າວວ່າ,ເຊື່ອວ່າການຢ້ຽມຢາມເທື່ອນີ້ຍ່ອມຈະເພີ່ມທະວີຄວາມເຂົ້າ ໃຈກັນລະຫວ່າງສອງຝ່າຍ,ເພີ່ມທະວີມິດຕະພາບອັນເປັນມູນເຊື້ອ,ເຮັດໃຫ້ການຮ່ວມ ມືຕ່າງຝ່າຍຕ່າງມີຜົນປະໂຫຍດລົງສູ່ລວງເລິກ,ຊຸກຍູ້ການພົວພັນສອງປະເທດຂະ ຫຍາຍຕົວອອກຮອບດ້ານ.
|