ຂ່າວສານຊິນຮວາລາຍງານວ່າ: ສູນວັດທະນະທຳຈີນລູມານີເຊິ່ງແມ່ນກະຊວງວຽກ ງານວັດທະນະທຳແລະສາສະໜາລູມານີແລະອົງການປົກຄອງນະຄອນບຸຍກາແລັດ ເປັນຜູ້ລິເລີ່ມສ້າງໄດ້ຈັດພິທີເປີດຢ່າງເປັນທາງການຢູ່ບຸຍກາແລັດໃນຕອນຄ່ຳວັນທີ 10 ມິຖຸນາ.
ສູນວັດທະນະທຳຈີນລູມານີຕັ້ງຢູ່ໃນສິ່ງກໍ່ສ້າງບູຮານທີ່ຊື່ວ່າວັງຈີຄາທີ່ຢູ່ໃຈກາງເມືອງ. ໃນພິທີໄຂສູນ ທ່ານລາສວານ ເທໂອໂດເລັສຸຄູ ລັດຖະມົນຕີກະຊວງວຽກງານວັດທະ ນະທຳແລະສາສະໜາຂອງລູມານີເວົ້າວ່າ,ສູນວັດທະນະທຳຈີນລູມານີແມ່ນສ້າງຂຶ້ນ ກ່ອນທ່ານຫູຈິນທ່າວປະທານປະເທດຈີນຢ້ຽມຢາມລູມານີ ນີ້ເປັນການສະແດງຄວາມ ຕ້ອນຮັບແລະຄວາມເຄົາລົບຕໍ່ທ່ານປະທານຫູຈິນທ່າວ,ກໍແມ່ນເພື່ອລະລຶກລູມານີຈີນ ສ້າງສາຍສຳພັນທາງການທູດຄົບຮອບ 55 ປີ.
ໃນພິທີ,ທ່ານເທໂອໂຕເລັສຸຄູແລະທ່ານຊູຈ່ຽນ ເອກອັກຄະລັດຖະທູດຈີນປະຈຳລູມານີ ລ້ວນແຕ່ກ່າວວ່າ,ການສ້າງຕັ້ງສູນວັດທະນະທຳຍ່ອມຈະເພີ່ມທະວີຄວາມເຂົ້າໃຈກັນ ແລະຮ່ວມມືກັນລະຫວ່າງປະຊາຊົນສອງຊາດຕື່ມອີກ,ແລະຊຸກຍູ້ການພົວພັນມິດຕະ ພາບລະຫວ່າງສອງປະເທດໃຫ້ຂະຫຍາຍກວ້າງອອກ.
|