ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-11 19:28:22    
ໂປໂລຍຕີລາຄາຢ່າງຕັ້ງໜ້າການຢ້ຽມ ຢາມໂປໂລຍຂອງທ່ານປະທານຫູຈີນ ທ່າວ

cri
ຕາມຂ່າວສານຊິນຮວາ:ແຕ່ວັນທີ 8 ຫາວັນທີ 10 ມິຖຸນາ,ທ່ານຫູຈີນທ່າວ ປະທານປະ
ເທດຈີນໄດ້ຢ້ຽມຢາມໂປໂລຍທາງລັດຖະກິດ.ໃນຫຼາຍມື້ມານີ້,ບຸກຄົນວົງການການເມືອງ
ແລະສື່ມວນຊົນຂອງໂປໂລຍໄດ້ຕີລາຄາຢ່າງຕັ້ງໜ້າການຢ້ຽມຢາມຂອງທ່ານປະທານຫູ
ຈີນທ່າວ.

ໃນເວລາທ່ານກັດຊີນົຟສກີ ປະທານໜ່ວຍມິດຕະພາບໂປໂລຍຈີນຂອງລັດຖະສະພາ
ໂປໂລຍໃຫ້ສຳພາດຕໍ່ນັກຂ່າວ,ທ່ານເວົ້າວ່າ,ການຢ້ຽມຢາມຂອງທ່ານປະທານຫູຈີນທ່າວ
ແມ່ນວັນບຸນໃຫຍ່ຂອງໂປໂລຍ.

ໜັງສືພິມ《ທີຼບູນາ》ສະບັບວັນທີ 9 ມິຖຸນາໄດ້ພິມບົດຄວາມທີ່ພາດຫົວເລື່ອງວ່າ《ສະ
ບາຍດີ,ທ່ານປະທານປະເທດສາທາລະນະລັດປະຊາຊົນຈີນທີ່ຢ້ຽມຢາມໂປໂລຍເປັນຄັ້ງ
ທຳອິດໃນປະຫວັດສາດ》,ໄດ້ແຈ້ງຂ່າວຢ່າງລະອຽດກ່ຽວກັບການເຈລະຈາລະຫວ່າງ
ທ່ານປະທານຫູຈີນທ່າວກັບທ່ານປະທານາທິບໍດີອາເລັກຊັນເດີ ຄວັສນຽບສກີ.ບົດແຈ້ງ
ຂ່າວຍັງຊີ້ອອກວ່າ,ໂປໂລຍຕີລາຄາສູງການຂະຫຍາຍຕົວຂອງການພົວພັນລະຫວ່າງໂປ
ໂລຍກັບຈີນ,ຍຶດໝັ້ນຫຼັກໝັ້ນປະເທດຈີນດຽວຢ່າງສະເໝີຕົ້ນສະເໝີປາຍ,ສະໜັບສະໜູນ
ການໂຮມປະເທດຈີນເຂົ້າເປັນເອກະພາບກັນໂດຍສັນຕິ.