ວິທະຍຸສາກົນແຫ່ງປະເທດຈີນລາຍງານວ່າ: ວັນທີ 11 ມິຖຸນາ ຢູ່ທີ່ບຸຍດາແປັສ ນະ ຄອນຫຼວງຮຸງກາລີ ທ່ານຫູຈິນທ່າວ ປະທານປະເທດຈີນທີ່ພວມຢ້ຽມຢາມຮຸງກາລີ ທາງລັດຖະກິດໄດ້ພົບປະບຸກຄົນວົງການອຸດສາຫະກຳການຄ້າຂອງຮຸງກາລີ.ທ່ານກ່າວ ວ່າ,ຈີນຫວັງໃຫ້ບັນລຸການຄ້າສອງຝ່າຍດຸນດ່ຽງກັນເປັນກ້າວໆໃນການເປີດກວ້າງການ ຮ່ວມມືຢ່າງບໍ່ຢຸດຢັ້ງ.
ທ່ານຫູຈິນທ່າວກ່າວວ່າ,ລັດຖະບານຈີນຈະໃຊ້ມາດຕະການອັນຕັ້ງໜ້າ ສະໜັບສະ ໜູນວິສາຫະກິດຈີນນຳເຂົ້າສິນຄ້າຈາກຮຸງກາລີ,ຝ່າຍຈີນຈະເລືອກເອົາເຕັກນິກແລະ ອຸປະກອນຂອງຝ່າຍຮຸງກາລີກ່ອນໃຕ້ເງື່ອນໄຂເທົ່າທຽມກັນ,ພ້ອມທັງຫວັງໃຫ້ນັກວິສາ ຫະກິດຮຸງກາລີບຸກເບີກຕະຫຼາດຈີນດ້ວຍທ່າທີຍິ່ງຕັ້ງໜ້າກວ່າເກົ່າ.
ບຸກຄົນຜູ້ມີຊື່ສຽງ 12 ຄົນຂອງວົງການອຸດສາຫະກຳການຄ້າຂອງຮຸງກາລີໄດ້ເຂົ້າຮ່ວມ ງານສົນທະນາໃນວັນທີ 11 ມິຖຸນາ.
|