ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-14 11:17:42    
ທ່ານຫູຈິນທ່າວສະເໜີສະພາບການເຈ​ລະຈາກັບປະທານາທິບໍດີລູມານີ

cri
CRIລາຍງານວ່າ:ຕອນບ່າຍວັນທີ13ມິຖຸນາ,ທ່ານຫູຈິນທ່າວ ປະທານປະເທດຈີນເຈ
ລະຈາກັບທ່ານອີລີເອສໂກ ປະທານາທິບໍດີລູມານີຢູ່ບຸຍກາແລັດ.ພາຍຫຼັງສິ້ນສຸດການ
ເຈລະຈາ,ປະມຸກລັດສອງທ່ານໄດ້ພ້ອມກັນໃຫ້ສຳພາດຕໍ່ນັກຂ່າວ,ທ່ານປະທານຫູຈິນ
ທ່າວໄດ້ສະເໜີສະພາບການເຈລະຈາລະຫວ່າງທ່ານກັບທ່ານປະທານາທິບໍດີອີລີເອສ
ໂກ.

ທ່ານຫູຈິນທ່າວເວົ້າວ່າ,ພວກເຮົາເປັນເອກະສັນກັນເຫັນດີສ້າງຕັ້ງແລະບູລະນະກົນໄກ
ສົນທະນາລະຫວ່າງຜູ່ນຳສອງປະເທດ ກົນໄກປຶກສາຫາລືກັນລະຫວ່າງກະຊວງການ
ຕ່າງປະເທດສອງປະເທດແລະກົນໄກເຮັດວຽກລະຫວ່າງຄະນະກຳມະການປະສົມເສດ
ຖະກິດການຄ້າຂອງລັດຖະບານສອງປະເທດ,ແລະເສີມຂະຫຍາຍບົດບາດຂອງກົນໄກ
ເຫຼ່ົານີ້,ຊຸກຍູ້ການພົວພັນຈີນລູມານີຂະຫຍາຍຕົວຢ່າງຮອບດ້ານ.ພວກເຮົາເປັນເອກະ
ສັນກັນເຫັນວ່າ,ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງປະເທດມີກຳລັງ
ບົ່ມຊ້ອນອັນໃຫຍ່ຫຼວງແລະມີອະນາຄົດອັນກວ້າງຂວາງ,ເຫັນດີເພີ່ມທະວີການຮ່ວມມື
ລະຫວ່າງສອງປະເທດໃນຫຼາຍຂົງເຂດເຊ່ັນ ການຄ້າ ການລົງທຶນແລະການບໍລິການ
ເປັນຕົ້ນ.ສອງຝ່າຍຍັງເຫັນດີລົງເລິກດຳເນີນການຮ່ວມມືທີ່ຕິດແທດຕົວຈິງລະຫວ່າງ
ສອງປະເທດຕື່ມອີກໃນຫຼາຍຂົງເຂດ ເຊັ່ນການຄ້າ ການອະນຸລັກສິ່ງແວດລ້ອມ ວິທະ
ຍາສາດເຕັກນິກ ວັດທະນະທຳ ການສຶກສາແລະຕຸລາການເປັນຕົ້ນ.ສອງຝ່າຍຍັງກ່າວ
ວ່າ,ຈະເພີ່ມທະວີການຕິດຕໍ່ພົວພັນແລະການປະສານສົມທົບໃນວຽກງານສາກົນ,ພ້ອມ
ກັນປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບຂອງໂລກແລະຊຸກຍູ້ການພ້ອມ
ກັນພັດທະນາ.

ທ່ານຫູຈິນທ່າວເວົ້າວ່າ,ພວກເຮົາເຊື່ອໝັ້ນວ່າ,ເນື່ອງໃນໂອກາດທີ່ສອງປະເທດສ້າງ
ສາຍສຳພັນທາງການທູດຄົບຮອບ55ປີ,ຂະຫຍາຍການພົວພັນໄມຕີຈິດແລະຮ່ວມມືທີ່
ຮອບດ້ານລະຫວ່າງສອງປະເທດຕື່ມອີກ,ບໍ່ພຽງແຕ່ສາມາດສ້າງຜົນປະໂຫຍດອັນແທ້
ຈິງໃຫ້ປະຊາຊົນສອງປະເທດທໍ່ນັ້ນ,ຫາກຍັງຈະມີຜົນດີຕໍ່ການຊຸກຍູ້ສັນຕິພາບ ສະຖຽນ
ລະພາບແລະການພັດທະນາຂອງໂລກອີກດ້ວຍ.