ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-15 10:03:28    
ທ່ານ​ຫູ​ຈິນທ່າວ​ພົບ​ປະ​ປະທານ​ສະພາ​ສູງ​ແລະ​ສະພາ​ຕຳ່​ລູມາ​ນີ

cri

CRIລາຍ​ງານ​ວ່າ:ວັນ​ທີ14​ມິຖຸນາ,ຢູ່​ລູມາ​ນີ,ທ່ານ​ຫູ​ຈິນທ່າວ​ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ທ່ານ​ວາຄາ​ໂລ​ອິວ ປະທານ​ສະພາ​ສູງ​ແລະ​ທ່ານ​ດອນ​​ເນຍນູ ປະທານ​ສະພາ​ຕຳ່​​ລູມາ​ນີ.

ທ່ານ​ຫູ​ຈິນທ່າວ​ກ່າວ​ວ່າ,ປະຈຸ​ບັນ​ນີ້​ອົງການ​ນິຕິບັນ​ຍັດຂອງ​ຈີນ​ແລະ​ລູມາ​ນີລ້ວນ​ແຕ່​ປະ​ເຊີນ​ໜ້າ​ທີ່​ເພີ່ມ​ທະວີ​ນິຕິບັນຍັດ,ສອງ​ຝ່າຍ​ສາມາດ​ລົງ​ເລິກ​ແລກປ່ຽນ​ແລະ​ຖອດ​ຖອນ​ບົດ ຮຽນ​ເຊິ່ງກັນ​ແລະ​ກັນ.ລັດຖະບານ​ຈີນ​ຈະ​ຊຸກຍູ້​ການ​ໄປມາຫາສູ່​ກັນ​ລະຫວ່າງ​ອົງການ​ນິຕິ​ບັນຍັດ​ສອງ​ປະ​ເທດ​ຄື​ແຕ່​ເກົ່າ​ເມືອ​ຫຼັງ,ສະໜັບສະໜູນ​ການ​ແລ​ກປ່ຽນ​ລະຫວ່າງ​ສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ກັບ​ສະພາ​ລູມາ​ນີ,ພ້ອມ​ກັນ​ພະຍາຍາມ​ຊຸກຍູ້​ການ​ຂະຫຍາຍ​ການ​ພົວພັນ​ໄມຕີ​ຈິດ​​ຮ່ວມ​ມືຮອບດ້ານ​ລະຫວ່າ​ງຈີນ​ກັບ​ລູມາ​ນີ.

ທ່ານ​ວາ​ຄາ​ໂລ​ອິວ​ແລະ​ທ່ານ​ດອນ​​ເນຍນູ​ໄດ້​ຕີ​ລາຄາ​ສູງ​ຕໍ່ການ​ຢ້ຽມຢາມລູມາ​ນີຂອງ​ທ່ານ​ຫູ​ຈິນທ່າວ​,​ເຫັນ​ວ່າ,ການ​ຢ້ຽມຢາມ​ໄດ້​ຊຸກຍູ້​ການ​ຮ່ວມ​ມື​ດ້ວຍ​ໄມຕີ​ຈິດ​ລະຫວ່າງລູມານີ​ກັບ​ຈີນ​ຢ່າງ​ແຂງ​ແຮງ.