ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-15 10:14:02    
ທ່ານ​ຫູ​ຈິນທາວໄປ​ຮອດ​ຕັສ​ເກນ ​ເລ່ີມ​ຢ້ຽມຢາມອຸສ​ເບ​ກິ​ສະຖານ​ທາງ​ລັດຖະກິດ

cri

CRI ລາຍ​ງານ​ວ່າ: ​ໂດຍ​ຕອບ​ສະໜອງ​ການ​ເຊີນ​ຂອງ​ທ່ານ​ຄາ​ລີ​ມົບ ປະທານາທິ ບໍດີອຸສ​ເບ​ກິ​ສະຖານ, ວັນ​ທີ 14 ມິຖຸນາ​ນີ້ ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ໄດ້​ເດີນທາງ​ໄປ​ຮອດ​ຕັສ​ເກນ, ​ເລ່ີ​ມຢ້ຽມຢາມ​ອຸສ​ເບ​ກິ​ສະຖານ​ທາງ​ລັດຖະກິດ, ​ແລະ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດອົງການ​ຮ່ວມ​ມື​ຊຽງ​ໄຮ້​ທ່ີຕັສ​ເກນ​.

ຢູ່​​ເດ່ີນ​ຍົນ ທ່ານ​ຫູ​ຈິນທາວ​​ໄດ້​ກ່າວ​ຄຳ​ປາ​ໄສ​ທາງ​ລາຍ​ລັກອັກສອນ ​ໂດຍ​ກ່າວ​ວ່າ, ຈີນ​ອຸສ​ເບ​ກິ​ສະຖານ​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທ່ີ​ດີ​ຕໍ່​ກັນ, ​ແຕ່​ສ້າງສາ​ຍສຳພັນ​ທາງ​ການ​ທູດ​ເປັນ​ເວລາ 12 ປີ​ມາ​ນີ້, ຈີນ​ອຸສ​ເບ​ກິ​ສະຖານ​ໂຄລົບ​ເຊ່ິງກັນ​ແລະ​ກັນ ຊ່ອຍ​ເຫຼືອ​ເຊ່ິງກັນ​ແລະ​ກັນ, ການ​ພົວພັນ​​ໄມຕີ​ຈິດ​ແລະຮ່ວມ​ມື​ໄດ້​ຂະຫຍາຍ​ຕົວຢ່າງ​ປອດ​ໃສ​ແລະໜັກ​ແໜ້ນ, ການ​ແລກປ່ຽນ​ຢ່າງ​ມີ​ໄມຕີ​ຈິດແລະ​ການຮ່ວມ​ມືທ່ີ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະຫວ່າງ​ສອງ​ຝ່າຍໃນຂົງ​ເຂດ​​ການ​ເມືອງ ເສດຖະກິດ​ການ​ຄ້າ ຄົມມະນາຄົມ ການ​ສຶກສາ ວັດທະ​ນະທຳ​ ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ແລະຂົງ​ເຂດອື່ນໆ​​ໄດ້​ເປີດ​ກວ້າງ​ອອກ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ຮ່ວມ​ມືລະຫວ່າງ​ສອງ​ປະ​ເທດ​ໃນ​ວຽກ​ງານ​ພາກ​ພື້ນ​ແລະ​ສາກົນ​ນັບ​ມື້​ນັບ​ເພ່ີມ​ທະວີ​ຂຶ້ນ.