ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-15 21:50:34    
ປະມຸກ​ລັດ​ຈີນ​ອຸສ​ເບ​ກກີ​ສະ​ຕານ​ເຊັນ​ຖະ​ແຫຼງການ​ຮ່ວມ

cri
ຕາມ​ຂ່າວCRI,ວັນ​ທີ 15 ມິຖຸນາ​ ຢູ່​ທ່ີ​ຕັສ​ເກນ,ທ່ານ​ຫຸຈິນທາວ ປະທານ​ປະ​ເທດ​ຈີນ​ທ່ີ​ໄປ​ຢ້ຽມຢາມ​ອຸສ​ເບ​ກກີ​ສະ​ຕານ​ທາງ​ລັດຖະກິດ​ກັບ​ທ່ານ​ຄາ​ລີ​ມົຟ ປະທານາທິບໍດີ​ອຸສ​ເບກກີ​ສະ​ຕານ​​ໄດ້​ເຊັນ​ຖະ​ແຫຼ​ງການ​ຮ່ວມ​ລະຫວ່າງ​ຈີນ​ກັບ​ອຸ​ສ​ເບ​ກກີ​ສະ​ຕານ​ກ່ຽວ​ກັບ​ການ​ຂະ​ຫຍາ​ຍ​ແລະ​ລົງ​ເລິກ​ການ​ພົວພັນ​ຫມູ່ຄູ່​ຮ່ວມ​ມື​ດ້ວຍ​ໄມ​ຕິ​ຈິດ​ລະຫວ່າງສອງ​ປະ​ເທດ​ຕ່ືມ​ອີກ.

ຖະ​ແຫຼ​ງການ​ຊີ້​ອອກ​ວ່າ,ການ​ເປີດ​ກວ້າງ​ແລະ​ລົງ​ເລິກ​ການ​ຮ່ວມ​ມື​ທ່ີ​ຕ່າງ​ຝ່າຍ​ຕ່າ​ງມີ​ຜົນ​ປະ​ໂຫຍ​ດ​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​​ເຂດຕ່າງໆ,ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍ​ດ​ກົກ​ຮາກຂອງ​ປະ​ຊາ​​ຊົນ​ຂອງ​ສອງ​ປະ​ເທດ,​ມີ​ຜົນ​ດີ​ຕໍ່​ການ​ປົກ​ປັກ​ຮັກສາ​ສັນຕິພາບ ຄວາມ​ປອດ​ໄພ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ແລະ​ຂອງ​ໂລກ.ຖະ​ແຫຼ​ງການຂຽນ​ວ່າ,ສອງ​ຝ່າຍ​ຈະ​ສືບ​ຕໍ່​ເດັດດ່ຽວ​ສະຫນັບສະຫນູ​ນຄວາມ​ພະຍາຍາມ​ຂອງ​​ຝ​່າຍ​ກົງກັນ​ຂ້າມທ່ີປົກ​ປັກ​ຮັກສາອະທິປະ​ໄຕ​​​​ເອກະລາດ​ແລະ​ຜຶນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ.ນີ້​ແມ່ນ​ພາກສ່ວນ​ປະກອບ​ທ່ີ​ສຳຄັນຂອງ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ

   ​ໃນ​ຖະ​ແຫຼ​ງການ​,ຝ່າຍ​ອຸສ​ເບ​ກກີ​ສະ​ຕານກ່າວ​ລຶ້ມວ່າ,​ໄຕ້​ຫວັນ​​ເປັນ​ພາກສ່ວນ​ຫນ່ຶງ​ຂອງ​ດິນ​ແດນ​ຈີນທ່ີ​ຕັດ​​ແບ່ງບໍ່​ໄດ້​,ລັດຖະບານ​ອຸສ​ເບ​ກກີສະ​ຕານຈະ​ບໍ່​ໄດ້​ສ້າງ​ການ​ພົວພັນຮູບ​ການ​ໃດໆ​ກັບ​ຝ່າຍ​ທາງ​ການ​ກັບ​ໄຕ້​ຫວັນ,ລັດຖະບານ​ອຸສ​ເບ​ກກີ​ສະ​ຕານ​ຄັດຄ້ານ​ເຈດ​ຕະນາ​​ໃດໆ​ທ່ີ​ປັ້ນ​ແຕ່ງ​ສອງ​ປະ​ເທດ​ຈີນ​ຫຼື​ຈີນ​ຫນ່ຶງ​ໄຕ້​ຫວັນ​ຫນ່ຶງ,ຄັດຄ້ານ​ໄຕ້ຫວັນ​ເປັນ​ເອກະລາດ

ຖະ​ແຫຼ​ງການ​ຍັງ​ຂຽນ​ວ່າ,ສອງ​ຝ່າຍ​ເປັນ​ເອກະສັນ​ກັນ​ເຫັນ​ວ່າ ລັດທິ​ກໍ່​ການ​ຮ້າຍ ລັດທິ​ແບ່ງ​ແຍກ ລັດທິ​ຫົວ​ຈັດ​ແມ່ນ​ການ​ຂົ່ມຂູ່​ຕົ້ນຕໍ​ຕໍ່​ຄວາມ​ປອດ​ໄພ​ແລະ​ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ​ແຫ່ງ​ນີ້