|
 |
(GMT+08:00)
2004-06-16 18:19:55
|
 |
ທ່ານຫູຈິນທ່າວກ່າວປາຖະກະຖາກ່າວເນັ້ນການຫັນມິດຕະພາບບ້ານໃກ້ເຮືອນຄຽງຈີນກັບບັນດາປະເທດອາຊີກາງລົງສູ່ລວງເລິກ ເປີດກວ້າງການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ
cri
ວິທະຍຸສາກົນແຫ່ງປະເທດຈີນລາຍງານວ່າ: ວັນທີ 16 ມິຖຸນາ ຢູ່ຫໍສະພາສູງສຸດອຸສເບກີສະຕານທີ່ຕັສເກນ ທ່ານຫູຈິນທ່າວ ປະທານປະເທດຈີນໄດ້ກ່າວປາຖະກະຖາທີ່ພາດຫົວເລື່ອງວ່າ:ບ້ານໃກ້ເຮືອນຄຽງໄວ້ເນື້ອເຊື່ອໃຈກັນຍິ່ງຂຶ້ນ ສ້າງອະນາຄົດອັນດີງາມ.
ທ່ານຫູຈິນທ່າວເວົ້າວ່າ,ໃນຖານເປັນກຳລັງຈະເລີນໃໝ່ເທິງແຜ່ນດິນໃຫຍ່ເອີລົບອາຊີ ປະເທດອາຊີກາງພວມດຶງດູດສາຍຕາຂອງຊາວໂລກດ້ວຍການພັດທະນາຂອງຕົນເອງແລະບົດບາດພູມພາກອັນພິເສດ.
ເພື່ອຊຸກຍູ້ການພົວພັນມິດຕະພາບແລະຮ່ວມມືກັນຖານບ້ານໃກ້ເຮືອນຄຽງລະຫວ່າງຈີນກັບບັນດາປະເທດອາຊີກາງໃຫ້ຢ່ວງໄປສູ່ລະດັບສູງໃໝ່ຢ່າງບໍ່ຢຸດຢັ້ງ ທ່ານຫູຈິນທ່າວກ່າວເນັ້ນວ່າ,ລັດຖະບານຈີນຈະເພີ່ມທະວີການຮ່ວມມືດ້ານເຕັກນິກເສດຖະກິດກັບພາກພື້ນອ້ອມຂ້າງເຊິ່ງລວມທັງອາຊີກາງບົນພື້ນຖານສະເໝີພາບຕ່າງຝ່າຍຕ່າງມີຜົນປະໂຫຍດ, ຍິນດີພ້ອມກັນກັບບັນດາຝ່າຍ ສ້າງສະຖານະພາບໃໝ່ທີ່ຕ່າງຝ່າຍຕ່າງມີຜົນດີ,ຕ່າງຕາບຈູນຊື່ງກັນແລະກັນແລະຕ່າງໃຫ້ຄວາມສະດວກແກ່ກັນ. ການພັດທະນາຂອງຈີນຈະນຳເອົາຄວາມສຸກນັບມື້ນັບຫຼາຍມາໃຫ້ປະຊາຊົນຈີນ,ແລະຍ່ອມຈະມີຜົນສະທ້ອນຢ່າງຕັ້ງໜ້າແລະບັງເກີດຜົນຕໍ່ພາກພື້ນອາຊີກາງພັດທະນາໄວເຂົ້າ.
|
|
|