ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-17 10:28:53    
ທ່ານ​ຫູ​ຈີນ​ທ່າວ​​ພົບ​ປະ​​ປະທານາທິບໍດີ​ກາ​ຊັກ​ສະຖານ ກຽດ​ກີ​ຊີ​ສະຖານ​ແລະ​ຕາ​ຊິ​ກີ​ສະຖານ

cri

CRI  ລາຍ​ງານ​ວ່າ: ວັນ​ທີ 16 ມິຖຸນາ ຢູ່​ຕັສການ ທ່ານ​ຫູ​ຈີນ​ທ່າວ ປະທານ​ປະ​ເທດ​ຈີນ​​ໄດ້​ແຍກ​ອອກ​ພົບ​ປະ​ທ່ານ​ນາ​ຈາ​ບາ​ເຢຟ ປະທານາທິບໍດີ​ກາ​ຊັກ​ສະຖານ ທ່ານ​ອາຄາ​ເຢຟ ປະທານາທິບໍດີ​ກຽດ​ກີ​ຊິ​ສະຖານ​ແລະ​ທ່ານ​ລາ​ເຮີ​ໂມ​ໂນ​ຟ ປະທານາທິບໍດີ​ຕາ​ກີ​ຊິ​ສະຖານ​ທ່ີ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດອົງການ​ຮ່ວມ​ມື​ຊຽງ​ໄຮ້ທ່ີ​ຕັສການ.

ໃນ​ເວລາ​ພົບ​ປະ​ທ່ານ​ນາ​ຈາ​ບາ​ເຢຟ,ທ່ານ​ຫູ​ຈີນ​ທ່າວ​ເວົ້າວ່າ, ພາກສ່ວນ​ທ່ີ​ກ່ຽວຂ້ອງ​ຂອງ​ສອງ​ຝ່າຍ​ຕ້ອງ​ຈັດຕັ້ງປະຕິບັດ​ເອກະສານ​ແລະ​ສັນຍາ​ຮ່ວມ​ມື​ສອງ​ຕໍ່​ສອງ​ຫລາຍ​ສະບັບ​ທ່ີ​ສອງ​ປະ​ເທດ​ເຊັນ​ກັນ,ຝ່າຍ​ຈີນ​ສະຫນັບ​ສະ​ຫນູນ​ຂໍ້​ສະ​ເຫ​ນີຂອງ​ຝ່າຍ​ກາ​ຊະ​ສະຖານ​ກ່ຽວ​ກັບ​ການສ້າງ​ທາງ​ລົດ​ໄຟ​ທ່ີ​ຕິດ​ຕໍ່​ຈີນ ກາ​ຊະ​ສະຖານ​ ຕວກ​ເມ​ນີສະຖານ​ແລະ​ອີຣານ.
​ໃນ​ເວລາ​ກ່າວ​ເຖິງ​ອົງການ​ຮ່ວມ​ມື​ຊຽງ​ໄຮ້, ທ່ານ​ຫູ​ຈີນ​ທ່າວ​ເວົ້າວ່າ, ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄວາມ​ປອດ​ໄພ​ແລະ​ເສດຖະກິດ​ແມ່ນ​ຈຸດ​ຫນັກ​ວຽກ​ງານ​ຂອງ​ອົງການ​ນີ້​ໃນ​ຕໍ່​ໄປ​ພາຍ​ຫນ້າ.

​ໃນ​ເວລາ​ພົບ​ປະ​ທ່ານ​ອາຄາ​ເຢຟ ,ທ່ານ​ຫູ​ຈີນ​ທ່າວ​​ໄດ້​​ຍ້ອງ​ຍໍຝ່າຍ​ກຽດ​ກີ​ຊິ​ສະຖານ ຮັບຮອງ​ຖານະ​ເສດຖະກິດ​ຕະຫລາດ​ສົມບູນ​ຂອງ​ຈີນ​ຢ່າງ​ເປັນ​ທາງ​ການ, ​ເຫັນ​ວ່າ​ນີ້​ຍ່ອມ​ຈະ​ເກີດ​ມີ​ບົດບາດ​ອັນ​ສຳຄັນ​ທ່ີຊຸກ​ຍູ້​ການ​ຮ່ວມ​ມື​ເສດຖະກດການ​ຄ້າ​ທ່ີຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ຈີນ​ກັບ​ກຽດ​ກີ​ຊິ​ສະຖານ.

ສອງ​ຝ່າ​ຍ​ເປັນ​ເອກະສັນ​ກັນ​ເຫັນ​ວ່າ, ​ເຂດ​ອາຊີ​ກາງ​ປະ​ເຊີນຫນ້າ​ທ່ີ​ຮ່ວມ​ທ່ີ​ໂຈມ​ຕີ​ລັດທິ​ກໍ່​ການ​ຮ້າຍ ລັດທິ​ແບ່ງ​ແຍກ​ແລະ​ລັດທິ​ຫົວ​ຮຸນ​ແຮງ,ສອງ​ຝ່າຍ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄວາມ​ປອດ​ໄພ​ຕື່ມ​ອີກ.

​ໃນ​ເວລາ​ພົບ​ປະ​ທ່ານ​ລາ​ເຮີ​ໂມ​ໂນ​ຟ​,ປະມຸກ​ລັດ​ສອງ​ປະ​ເທດ​ເປັນ​ເອກະສັນ​ກັນ​ເຫັນ​ວ່າ, ການ​ຊຸກ​ຍູ້​ການ​ຮ່ວມ​ມື​ທ່ີຕິດ​ແທດ​ຕົວ​ຈິງ​ໃນ​ຂົງ​ເຂດ​ຮູບ​ປະ​ທຳ​ຄວນ​ແມ່ນ​ຈຸດ​ຫນັກ​ວຽກ​ງານ​ຂອງ​ອົງການ​ຮ່ວມ​ມື​ຊຽງ​ໄຮ້​ໃນ​ຕໍ່​ໄປ​ພາຍ​ຫນ້າ.