ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-17 21:55:56    
ທ່ານ​ຫູ​ຈິນທ່າວ​ກ່າວ​ວ່າ ມີ​ແຕ່​​ຮ່ວມ​ມື​​ກັນ​ໃຫ້​ດີຢ່າງ​​ແທ້​ຈິງ​ ອົງການ​ຮ່ວມ​ມື​ຊຽງ​ໄຮ​ຈຶ່ງ​ມີ​ພະລັງ​ຊີວິດ

cri
ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ລາຍ​ງານ​ວ່າ: ວັນ​ທີ 17 ມິຖຸນາ ທ່ານ​ຫູ​ຈິນທ່າວ ປະທານ​ປະ​ເທດ​ຈີນ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ອົງການ​ຮ່ວມ​ມື​ຊຽງ​ໄຮ​ທີ່​ຕັສ​ເກນ​ກ່າວ​ວ່າ,ມີ​ແຕ່​ເຮັດ​ການ​ຮ່ວມ​ມື​ກັນໃຫ້​ດີ​ຢ່າງ​ແທ້​ຈິງ​ແລ້ວ ອົງການ​ຮ່ວມ​ມື​ຊຽງ​ໄຮ​ຈຶ່ງ​ຈະມີ​ພະລັງ​ຊີວິດ​ອັນ​ແຂງ​ແຮງ

​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນຫຼັງກອງ​ປະຊຸມ​  ທ່ານ​ຫູ​ຈິນທ່າວ​ເວົ້າວ່າ:

ຄ​ຳຖະ​ແຫຼງການ​ຕັສ​ເກນ​ທີ່​ປະມຸກ 6 ປ​ະ​ເທດ​ຫາ​ກໍ່​ເຊັນ​ກັນນັ້ນ​ໄດ້​ຊີ້​ອອກ​ຢ່າງ​ຈະ​ແຈ້ງວ່າ,ຄຽງ​ຄູ່​ກັບ​ໄລຍະ​ກໍ່ສ້າງ​ກົນ​ໄກສິ້ນສຸດ​ລົງ ອົງການ​ຮ່ວມ​ມື​ຊຽງ​ໄຮ​ໄດ້​ເຂົ້າສູ່​ໄລຍະ​ທີ່​ປະ​ເທດ​ສະມາຊິກດຳ​ເນີນ​ການ​ຮ່ວມ​ມື​ກັນຮອບດ້ານ​ໃນ​ຂອບ​ຂອງອົງການຕົນ​ເອງ. ນີ້​ມີ​ຄວາມ​ໝາຍ​ຊີ້​ນຳ​ສຳຄັນ​ທີ່​ສຸດ​ຕໍ່​ວຽກ​ງານ​ໃນ​ໄລຍະ​ຕໍ່​ໄປ​ຂອງ​ອົງການ​ຮ່ວມ​ມື​ຊຽງ​ໄຮ. ​ມີ​ແຕ່​​ຮ່ວມ​ມື​ຢ່າງ​ແທ້​ຈິງ​ແລ້ວ ນຳ​ເອົາ​ຜົນ​ໂຫຍ​ດຕົວ​ຈິງ​ແລະ​ໂອກາດ​ພັດທະນາ​ຍິ່ງຫຼາຍມາ​ໃຫ້ 6 ປະ​ເທດ​ແລະ​ປະຊາຊົນ 6 ປະ​ເທດ​ແລ້ວ ອົງການ​ຮ່ວມ​ມື​ຊຽງ​ໄຮ​ຈຶ່ງ​ສາມາດ​ຮັກສາ​ພະລັງ​ຊີວິດ​ທີ່​ຮຸ່ງ​ເຮື​ອງ​ໄດ້,ກາຍ​ເປັນ​ກົນ​ໄກ​ບັງ​ເກີດ​ຜົນ​ທີ່​ຊຸກ​ຍູ້​​ໃຫ້ປະ​ເທດ​ສະມາຊິກ​ແລະ​ທົ່ວ​ພາກ​ພື້ນ​ມີ​ຄວາມ​ປອດ​ໄພ,ມີສະຖຽນ​ລະ​ພາບ​ແລະ​​ພັດທະນາ​​ຢ່າງ​ແທ້​ຈິງ. ທ່ານ​ເວົ້າວ່າ,​ເພື່ອບັນລຸ​ເປົ້າໝາຍ​ດັ່ງກ່າວ ໜ້າ​ທີ່​ສຳຄັນ​ລຳ​ດັບ​ໜຶ່ງ​ໃນ​ສະ​ເພາະ​ໜ້າ​ກໍ​ແມ່ນ​ຈັດຕັ້ງປະຕິບັດ​ໜ້າ​ທີ່​ທຸກ​ລາຍ​ທີ່​ຄຳ​ຖະ​ແຫຼງການ​ຕັນ​ເກນ​ສະ​ເໜີ​ອອກ​ມາ​ແລະ​ເອກະສານ​ຮ່ວມ​ມື​ທີ່​ອົງການ​ດັ່ງກ່າວ​ໄດ້​ຜ່ານ​ຮັບຮອງຫວ່າງ​ກ່ອນນີ້.

​ໃນ​ຕອນ​ມ້ວນທ້າຍ,ທ່ານ​ຫູ​ຈິນທ່າວ​ກ່າວ​ວ່າ:

"ຂ້າພະ​ເຈົ້າ​ເຊື່ອ​ວ່າ,ທະ​ແນມ​ແຕ່​ບັນດາ​ຝ່າຍ​ພ້ອມ​ກັນ​ພະຍາຍາມ ພວກ​​ເຮົາກໍ​ຍ່ອມ​ສາມາດ​ເຮັດ​ໃຫ້ການ​ຮ່ວມ​ມື​ຕົວ​ຈິງ​ຂອງ​ອົງການ​ຮ່ວມ​ມື​ຊຽງ​ໄຮ​ໄດ້​ຮັບ​ໝາກຜົນ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ."